ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII
ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 9 ກັນຍາ 2020, ພາຍຫຼັງດໍາເນີນມາເປັນເວລາ 2 ວັນ; ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ເຂົ້າຮ່ວມມີ ສະຫາຍ ປອ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ມີບັນດາສະຫາຍຜູ້ແທນຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍອະດີດການນຳຂອງແຂວງ, ນັກປະຕິວັດອາວຸໂສບຳນານ, ແຂກຮັບເຊີນ, ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.

ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ
ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ

ກອງປະຊຸມ ໄດ້ເປັນເອກະພາບສູງຕໍ່ການຕີລາຄາດ້ານດີ-ດ້ານອ່ອນ, ຜົນສໍາເລັດທີ່ຍາດມາໄດ້, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ບົດສໍາຫຼວດການນໍາພາລວມຂອງ ອົງຄະນະພັກແຂວງໆ ໄຊຍະບູລີ ຄັ້ງທີ VI; ໄລຍະ 5 ປີຜ່ານມາ ແຂວງໄຊຍະບູລີ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ, ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດໃນລະດັບສະເລ່ຍ 6,7% ຕໍ່ປີ, ມູນຄ່າລວມ
ຍອດຜະລິດຕະພັນພາຍໃນບັນລຸໄດ້ 10,706 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວ ຄົນໄດ້ 3.031 ໂດລາສະຫະລັດ; ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນ ພິຈາລະນາຢ່າງເລິກເຊິ່ງ ແລະ ເປັນເອກະສັນກັນຮັບຮອງເອົາ ຮ່າງລາຍງານການເມືອງ, ແຜນພັດທະ ນາ
ເສດຖະກິດ-ສັງຄົມ 5 ປີ ແຕ່ນີ້ຮອດປີ 2025 ຈະສູ້ຊົນເຮັດໃຫ້ເສດຖະກິດຂອງ ແຂວງຂະຫຍາຍຕົວເພີ່ມຂຶ້ນ 7% ຕໍ່ປີ,
ລວມຍອດຜະລິດຕະພັນໃຫ້ບັນລຸ 15,185 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ ໄດ້ 3.800 ໂດລາສະຫະລັດ.

ຜູ້ແທນສົມບູນ ແລະ ແຂກຮັບເຊີນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII
ຜູ້ແທນສົມບູນ ແລະ ແຂກຮັບເຊີນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VII

ພ້ອມກັນນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຊຸດທີ VII ເຊິ່ງມີຜູ້ລົງສະໝັກທັງໝົດ 40 ສະຫາຍ ຍິງ 6 ສະຫາຍ, ເລືອກເອົາ 35 ສະຫາຍ ຍິງ 5 ສະຫາຍ; ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາຄະນະປະຈຳພັກແຂວງ 11 ສະຫາຍ; ໂດຍເລືອກເອົາ ສະຫາຍ ພົງສະຫວັນ ສິດທະວົງ ເປັນເລຂາ; ສະຫາຍ ເພັງນິລັນ ຄຳພັນເພັງ ແລະ ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາ; ເລືອກເອົາສະຫາຍ ສົມຫວັງ ແກ້ວວິໄລສັກ ເປັນປະທານຄະນະກວດກາພັກ, ສະຫາຍ ສີທອນ ພັນທະວົງ, ສະຫາຍ ທອງສຸກ ເຊັງທໍ່ ແລະ ສະຫາຍ ພອນສະຫວັນ ແສນຄຳ ເປັນຮອງ ປະທານຄະນະກວດກາພັກ.