ປກສ ແຂວງສາລະວັນ ສະຫຼຸບວຽກງານປ້ອງກັນເຄື່ອນທີ່

0
987

ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງສາລະວັນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນ ຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020, ໃນວັນທີ 9 ກັນຍາ ຜ່ານມານີ້, ເປັນປະທານໂດຍ ພັທ ສຸກກະສັນ ກະເສມລັດ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີ ພັທ ສຸພາ ສີທິປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ,  ພ້ອມດ້ວຍ ຄະນະບັນຊາ, ບັນດາຫ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.       
       

ພັທ ສຸກກະສັນ ກະເສມລັດ ກ່າວວ່າ: ໃນ 6 ເດືອນຕົ້ນປີ ຜ່ານມາ, ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງສາລະວັນ ໄດ້ຕັ້ງໜ້າເພີ່ມທະວີວຽກງານປ້ອງກັນສໍານັກງານ, ອົງການ, ປ້ອງກັນການນໍາພັກ-ລັດ, ປ້ອງກັນງານບຸນປະເພນີ, ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງທ້ອງຖີ່ນ, ປັບປຸງລະບົບປະຈໍາການ ກອງຮ້ອຍກຽມພ້ອມສູ້ຮົບ ແລະ ວຽກງານກວດກາລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໄດ້ດ້ານວຽກງານຄວາມສະຫງົບຄວາມປອດໄພຂອງບຸກຄົນ,ຄອບຄົວ ແລະ ຮັກສາສັງຄົມໃຫ້ມີຄວາມສະຫງົບ. ນອກນັ້ນ, ກອງປະຊຸມ ຄະນະກອງພັນ,ພະແນກ,ໜ່ວຍງານ,ກອງຮ້ອຍ-ໜວດໝູ່ໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທົບທວນຄືນໜ້າວຽກທີ່ຈັດຕັ້ງປະຕິບັດ, ຂໍ້ຄົງຄ້າງທີ່ຄວນແກ້ໄຂປັບປຸງ ເພື່ອພ້ອມກັນກ້າວຂຶ້ນເຮັດ ສໍາເລັດຕາມຄາດໜາຍທີ່ວາງໄວ້.

ສໍາລັບທິດທາງແຜນການໃນ 6 ເດືອນທ້າຍປີ 2020 ຈະສຶກສາອົບຮົມການເມືອງ-ແນວຄິດ, ທັດສະນະຫຼັກໝັ້ນການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈໍາແນກໃຫ້ໄດ້ມິດສັດຕູ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ ແລະ ເປັນລະບົບທີ່ຖືກຕ້ອງ. ນອກນັ້ນ, ຍັງຈະໄດ້ຊີ້ນໍາ-ນໍາພາບັນດາເຫຼົ່າລົບວິຊາສະເພາະ ຕັ້ງໜ້າເຄື່ອນໄຫວວຽກງານວິຊາສະເພາະຢ່າງເຂັ້ມງວດ ເຊັ່ນ: ກວດກາລາດຕະເວນ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບດີຂຶ້ນກວ່າເກົ່າ.