ພັອ ສົມພົງ ຂໍາວິລຸນ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ ປະກອບຄໍາເຫັນໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈັດຂຶ້ນໃນວັນທີ 9-10 ກັນຍາ 2020

ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ເວົ້າລວມ, ເວົ້າສະເພາະ ການຊີ້ນຳຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃນກຳລັງປ້ອງກັນສູນກາງ ໄດ້ມີຄວາມເອກະພາບ, ຕັດສິນໃຈສຸມທຸກສະຕິປັນຍາ, ເຫື່ອແຮງຂອງຕົນ ເຮັດໜ້າທີ່ປ້ອງກັນການນຳໃຫ້ມີຄວາມປອດໄພ 100%.

ພັອ ສົມພົງ ຂໍາວິລຸນ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ ປະກອບຄໍາເຫັນໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈັດຂຶ້ນໃນວັນທີ 9-10 ກັນຍາ 2020 ໂດຍຍົກໃຫ້ເຫັນວ່າ:

ໃນການຈັດຕັ້ງປະຕິບັດວຽກງານຮັບປະກັນຄວາມປອດໄພໃຫ້ແກ່ການນໍາພັກ-ລັດ ໃນໄລຍະຜ່ານມາ ເຫັນວ່າ: ຄະນະພັກ-ຄະນະບັນຊາ ໄດ້ນໍາພາພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະ ໂດຍການສຸມໃສ່ເຮັດໜ້າທີ່ປ້ອງກັນສໍານັກງານ-ອົງການ, ສະຖານທີ່ພັກເຊົາ, ເສັ້ນທາງເຄື່ອນໄຫວຕ່າງໆຂອງການນຳພັກ-ລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ກໍາລັງປ້ອງກັນສູນກາງ ແມ່ນມີຄວາມສະຫງົບ-ປອດໄພ 100%.

ພ້ອມກັນນັ້ນ, ກໍເອົາໃຈໃສ່ປ້ອງກັນການນໍາພັກ-ລັດ ລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ແລະ ໄປຕ່າງປະເທດ ສະແດງອອກໃນ 5 ປີຜ່ານມາ ມີ 969 ຄັ້ງ, ໄດ້ຈັດວາງກໍາລັງປ້ອງກັນແຂກຂັ້ນສູງຂອງຕ່າງປະເທດ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໄດ້ 330 ຄັ້ງ ແລະ ປະກອບສ່ວນເຂົ້າໃນການປ້ອງກັນກອງປະຊຸມລະດັບຊາດ-ສາກົນ, ປ້ອງກັນງານບຸນປະເພນີ ແລະ ງານສໍາຄັນຕ່າງໆຂອງຊາດ, ຕິດຕາມເກັບກໍາສະພາບການທີ່ພົວພັນເຖິງວຽກງານຮັບປະກັນຄວາມປອດໄພໃຫ້ແກ່ການນຳ ຕະຫຼອດ 24 ຊົ່ວໂມງ ລວມທັງໝົດ 512 ຄັ້ງ, ໄດ້ເຮັດວຽກງານປ້ອງກັນຄຸມແຫ່, ກວດກາອາຫານ-ທາດແຕກ, ໄດ້ປະສານສົມທົບກັບເຫຼົ່າວິຊາສະເພາະ ໃນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເຮັດວຽກງານຮັບປະກັນຄວາມປອດໄພໃຫ້ແກ່ການນໍາ ມີຄວາມປອດໄພ 100%.

ໃນຕໍ່ໜ້າ, ກຳລັງປ້ອງກັນສູນກາງ ຈະເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຕິດພັນກັບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ການນໍາພາຂອງ ຄະນະພັກແຕ່ລະຂັ້ນ ຕອບສະໜອງໄດ້ວຽກງານປ້ອງກັນການນຳໃນສະພາບເງື່ອນໄຂໃໝ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ, ຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ເໝາະສົມກວ່າເກົ່າ, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງກຳລັງຮອບດ້ານ, ຍົກສູງຂີດຄວາມສາມາດໃນການປ້ອງກັນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການນໍາໃນສະພາບການໃໝ່, ປະສານສົມທົບກັບສໍານັກງານ-ອົງການ, ຂະແໜງການ, ອຳນາດການປົກຄອງຂັ້ນຕ່າງໆ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນຂອບເຂດພື້ນທີ່ ເພື່ອມີສ່ວນຮ່ວມເຮັດໜ້າທີ່ຮັບປະກັນຄວາມສະຫງົບ-ປອດໄພ ໃຫ້ແກ່ການນຳ.