ປກສ ຫຼວງນໍ້າທາ ປະກາດສັບຊ້ອນນາຍ ແລະ ພົນຕໍາຫຼວດ ທີ່ສໍາເລັດການສຶກສາ

0
853

ພິທີປະກາດການສັບຊ້ອນນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈໍານວນ 38 ສະຫາຍ ທີ່ສຳເລັດການສຶກສາລະດັບຊັ້ນກາງ ຮຸ່ນທີ I ຈາກໂຮງຮຽນ ປກສ ຊັ້ນສູງ ເລກ I ກອງບັນຊາການ ປກສ ແຂວງອຸດົມໄຊ ປະຈໍາປີ 2020, ມີ ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຕາງໜ້າຄະນະຫ້ອງ, ກອງ, ຄ້າຍ ເຂົ້າຮ່ວມ ໃນວັນທີ 10 ກັນຍາ 2020.

ຮອ ຈັນທອງ ວິໄລທອງ ຮອງຫົວໜ້າພະແນກຈັດຕັ້ງ-ກໍ່ສ້າງກໍາລັງ ໄດ້ຜ່ານຂໍ້ຕົກລົງ ເລກທີ 24 886/ກປນທ ລົງວັນທີ 4 ກັນຍາ 2020 ວ່າດ້ວຍ ການສັບຊ້ອນນາຍຕໍາຫຼວດ ທີ່ສໍາເລັດການສຶກສາລະດັບຊັ້ນກາງ ຮຸ່ນທີ I ໂຮງຮຽນ ປກສ ຊັ້ນສູງ ເລກ I ກອງບັນຊາການ ປກສ ແຂວງອຸດົມໄຊ ປະຈໍາປີ 2020 ແລະ ຂໍ້ຕົກລົງເລກທີ 24887/ກປນທ ລົງວັນທີ 4 ກັນຍາ 2020 ວ່າດ້ວຍ ການສັບຊ້ອນພະນັກງານໂຍກຍ້າຍມາຈາກຕ່າງແຂວງ.

ພິທີປະກາດການສັບຊ້ອນນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ

ໃນນັ້ນ, ສັບຊ້ອນໃຫ້ ຫ້ອງການເມືອງ 1 ສະຫາຍ, ຫ້ອງພະລາ 2 ສະຫາຍ, ຫ້ອງຕໍາຫຼວດ 9 ສະຫາຍ, ຫ້ອງສັນຕິບານ 3 ສະຫາຍ, ຫ້ອງ 504 ມີ 1 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 1 ສະຫາຍ, ປກສ ເມືອງຫຼວງນໍ້າທາ 5 ສະຫາຍ ຍິງ 1 ສະຫາຍ, ປກສ ເມືອງວຽງພູຄາ 3 ສະຫາຍ, ປກສ ເມືອງນາແລ 3 ສະຫາຍ, ປກສ ເມືອງສິງ 6 ສະຫາຍ ຍິງ 2 ສະຫາຍ, ປກສ ເມືອງລອງ 4 ສະຫາຍ ແລະ ສັບຊ້ອນໂຍກຍ້າຍພະນັກງານຈາກ ກອງບັນຊາການ ນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງສັນຕິບານ 1 ສະຫາຍ.

ພັທ ອຸ່ນເຮືອນ ຮັກວັນນະວົງ ໄດ້ໂອ້ລົມຕໍ່ບັນດາສະຫາຍທີ່ຖືກສັບຊ້ອນໃນຊຸດນີ້ ໃຫ້ແຕ່ລະສະຫາຍມີຄວາມເປັນເອກະພາບພາຍໃນ, ມີຄວາມກົມກຽວ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ພ້ອມທັງນໍາເອົາບົດຮຽນທີ່ໄດ້ຮຽນມາ ລົງຜັນຂະຫຍາຍ, ໝູນໃຊ້ໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.