ກົມກວດກາ-ກວດການ ປັບປຸງການຈັດຕັ້ງຂັ້ນພະແນກ

0
1787

ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ ໃນວັນທີ 15 ກັນຍາ 2020, ເຂົ້າຮ່ວມມີ ພັອ ຄໍາຜາສິດ ບົງມູນທອງ ຫົວໜ້າກົມກວດກາ-ກວດການ, ມີຮອງຫົວໜ້າກົມ, ຄະນະກົມ, ຫົວໜ້າ-ຮອງພະແນກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ, ພັທ ບຸນຊູ ແກ້ວທະນູສິນ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກົມກວດກາ-ກວດການ ວ່າ: ອິງຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ, ອິງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມໃຫຍ່ການເມືອງ ປກສ, ອິງຕາມ ໜັງສືສະເໜີຂອງກົມກວດກາ-ກວດການ ກ່ຽວກັບການສະເໜີຂໍອະນຸມັດແຕ່ງຕັ້ງນາຍຕໍາຫຼວດ ສະບັບເລກທີ 972/ກກ.ປກສ, ລົງວັນທີ 20 ສິງຫາ 2020, ກົມໃຫຍ່ການເມືອງ ປກສ ຕົກລົງ ແຕ່ງຕັ້ງ ພັທ ພູວອນ ຄໍາທະວິໄລ ຈາກພະແນກການເມືອງ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກ ພະລາທິການ, ພັທ ວິໄລທອງ ຈັນທະວົງ  ເປັນຫົວໜ້າພະແນກ ແກ້ໄຂຄໍາສະເໜີ ແລະ ຄໍາຮ້ອງຟ້ອງ.

ພັອ ຄໍາຜາສິດ ບົງມູນທອງ ໄດ້ໃຫ້ທິດຊີີ້ນໍາຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຄັ້ງນີ້, ຈົ່ງເອົາໃຈໃສ່ຝືກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ນໍາທີ່ດີເດັ່ນ, ມີຄຸນທາດການເມືອງທີ່ໝັກແໜ້ນ, ມີທັດສະນະຄຸນສົມບັດໜ້າເຄົາລົບເຊື້ອຖື ແລະ ເປັນຜູ້ນໍາທີ່ສາມາດເຕົ້າໂຮມຄວາມສາມັກຄີອ້າຍ-ນ້ອງໄດ້ດີ, ມີຄວາມເປັນເອກະພາບໃນການປະຕິບັດໜ້າທີ່ວຽກງານ, ໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມມີບັນຫາ

ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບໃຫ້ເຂັ້ມງວດ ຖືເອົາການສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ອ້າຍ-ນ້ອງເປັນສໍາຄັນ ແລະ ປົກກະຕິ ແນໃສ່ຜົນສໍາເລັດຂອງໜ້າວຽກງານເປັນສໍາຄັນ.