ໂຮມ 2 ສະຖາບັນ ເປັນສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ

0
1263

ໃນວັນທີ 15 ກັນຍາ 2020, ສະຖາບັນວິທະຍາສາດສັງຄົມ ແຫ່ງຊາດ ໄດ້ຈັດພິທີໂຮມສະຖາບັນຄົ້ນຄວ້າເສດຖະກິດເເຫ່ງຊາດ ແລະ ສະຖາ ບັນວິທະຍາສາດສັງຄົມ ແຫ່ງຊາດ ເປັນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍມີ ທ່ານ ປອ ສອນທະນູ ທໍາມະວົງ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ, ມີບັນດາຫົວໜ້າ-ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ປອ ສອນທະນູ ທໍາມະວົງ ກ່າວວ່າ: ການໂຮມ 2 ສະຖາບັນ ເປັນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແມ່ນປະຕິບັດຕາມ ມະຕິຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 123/ຄລສພ, ລົງວັນທີ 10 ສິງຫາ 2020 ແລະ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 477/ນຍ, ລົງວັນທີ 12 ສິງຫາ 2020 ເພື່ອເຮັດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ເຂັ້ມແຂງ, ເຄື່ອນ ໄຫວຄ່ອງຕົວ ແລະ ສາມາດປະຕິບັດພາລະບົດບາດ, ໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານມອບໝາຍໃຫ້ປະສົບຜົນສໍາເລັດ

ມີປະສິດທິຜົນສູງ, ພ້ອມທັງຮັບປະກັນໃຫ້ພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງ, ຖືກຕ້ອງ, ຄົບຖ້ວນ, ປັດສະຈາກການກ້າວກ່າຍ, ຊ້ຳຊ້ອນວຽກງານກັບກະຊວງ, ອົງການອື່ນ ພ້ອມທັງຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມສາມັກຄີພາຍໃນ.

ນອກຈາກນັ້ນ, ວຽກງານການເຄື່ອນຍ້າຍ, ສັບຊ້ອນ ຫຼື ການໂຮມກົງຈັກການຈັດຕັ້ງຕ່າງໆ ແມ່ນວຽກ ງານປົກກະຕິທົ່ວໄປຂອງການຈັດຕັ້ງພັກ-ລັດ ພະນັກງານທັງ 2 ສະຖາບັນ ຕ້ອງມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື້ອໝັ້ນການນໍາພາ ແລະ ພ້ອມກັນເຊີດຊູ ແລະ ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ ກໍຄື ໜ້າທີ່ເປັນເສນາທິການທາງດ້ານການຄົ້ນຄວ້າ, ສະໜອງຂໍ້ມູນ ແລະ ໃຫ້ຄໍາຢັ້ງຢືນທາງດ້ານວິທະຍາໃນຂົງ ເຂດເສດຖະກິດ ແລະ ສັງຄົມຕໍ່ພັກ-ລັດ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 83/ນຍ, ລົງວັນທີ 31 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.