ວັນທີ 15 ກັນຍາ 2020, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ນາງ ຄໍາເພົາ ອາຍຸ 40 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳ ຄຸກ 2 ປີ 6 ເດືອນ ປັບໃໝ 4.000.000 ກີບ ຂໍ້ຫາຍັກຍອກຊັບຂອງພົນລະເມືອງ (ຫວຍຫຼົ້ມ) ພ້ອມໃຊ້ໜີ້ທີ່ຍັກຍອກມາ ມູນຄ່າ 448.000.000 ກີບ ຄືນໃຫ້ໂຈດທາງແພ່ງ.

ການໄຕ່ສວນຄະດີຂອງ ນາງ ຄຳເພົາ ( ຈຳເລີຍ ) ອົງການໄອຍະການປະຊາຊົນ ໄດ້ຄົ້ນຄວ້າ ບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ໃນເວລາດຳເນີນຄະດີ ສາມາດຢັ້ງຢືນວ່າ: ການກະທຳຂອງ ນາງ ຄຳເພົາ ແມ່ນມີຂໍ້ມູນຫຼັກຖານໜັກແໜ້ນ ແລະ ພຽງພໍວ່າ: ມີຄວາມຜິດໃນສະຖານການຍັກ ຍອກຊັບຂອງພົນລະເມືອງ ຕາມມາດຕາ 121 ຂອງກົດ ໝາຍອາຍາ, ເຊິ່ງສະແດງອອກຈໍາເລີຍໄດ້ເລີ່ມເປັນແມ່ຫວຍແຕ່ປີ 2015 ມີຫວຍຈໍານວນ 5 ສາຍ ຄື: ຫວຍສາຍ 3.000.000 ກີບ; ຫວຍສາຍ 10.000.000 ກີບ; ຫວຍສາຍ 20.000.000 ກີບ; ຫວຍສາຍ 51.000.000 ກີບ ແລະ ຫວຍ ສາຍ 78.000.000 ກີບ.

ພຶດຕິກຳການຍັກຍອກຊັບ ຂອງຈຳເລີຍ ໂດຍການເປັນແມ່ຫວຍ ເມື່່ອລູກຫວຍຈ່າຍເງິນຄົບຕາມຈຳນວນເປັນປົກກະຕິແລ້ວ. ພໍຮອດມືສຸດທ້າຍ, ຈຳເລີຍ ໄດ້ເກັບເງິນແລ້ວບໍ່ເອົາໄປ ຈ່າຍໃຫ້ກັບມືສຸດທ້າຍ. ຜູ້ກ່ຽວເອົາເງິນດັ່ງກ່າວໄປໃຊ້ຈ່າຍສ່ວນຕົວຈົນໝົດ ຫຼື ຈ່າຍສ່ວນໃດສ່ວນໜຶ່ງ ໃຫ້ລູກຫວຍສ່ວນທີ່ເຫຼືອແມ່ນຄ້າງຈ່າຍໄວ້, ບາງຄັ້ງຈຳເລີຍ ກໍໄດ້ເອົາຊື່ບຸກຄົນອື່ນມາແອບອ້າງເປັນລູກຫວຍ ດັ່ງຫວຍສາຍ 78.000.000 ນັ້ນ ຈຳເລີຍກໍເອົາ ຊື່ຄົນອື່ນເຂົ້າເປັນລູກຫວຍເຖິງ 6 ຄົນ ແລະ ຈຳເລີຍ ກໍເປັນຄົນເປຍເອົາເງິນໄປໝົດ ຈຶ່ງເຮັດໃຫ້ບໍ່ສາມາດດຳເນີນຫວຍຕໍ່ໄດ້.

ນອກນີ້, ຈຳເລີຍ ຍັງໄດ້ກູ້ຢືມນໍາ ນາງ ຫວາງ ພອນ ຈໍານວນ 20.000.000 ກີບ ດອກເບ້ຍ 10% ຕໍ່ເດືອນຕາມສັນຍາກູ້ຢືມສະບັບລົງວັນ ທີ 20/10/2017, ກູ້ຢືມເງິນນຳ ນາງ ມະນີວັນ ຈໍານວນ 20.000.000 ກີບ ດອກເບ້ຍ 10% ຕໍ່ເດືອນ ຕາມສັນຍາກູ້ຢືມສະບັບລົງວັນທີ 23/ 5/2017 ແລະ ກູ້ຢືມນຳ ທ້າວ ຫງຽນວັນທາວ 20.000.000 ກີບ ຕາມສັນຍາກູ້ຢືມສະບັບ ລົງວັນທີ 24/11/2017.

ການກະທໍາຂອງ ນາງ ຄໍາເພົາ (ຈຳເລີຍ) ເປັນການກະທໍາຜິດຕໍ່ກົດໝາຍອາຍາ, ເຊິ່ງເເຕະ ຕ້ອງເຖິງກໍາມະສິດຂອງບຸກຄົນອື່ນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍ, ຈໍາເລີຍແມ່ນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ມີອາຍຸກະສຽນທາງອາຍາຄົບຖ້ວນ ແລ້ວສາມາດຮູ້ໄດ້ວ່າ ການກະທໍາຂອງຕົນເປັນການກະທໍາຜິດຕໍ່ກົດໝາຍ. ແຕ່ຈໍາເລີຍ ຍັງມີເຈດຕະນາໃຊ້ຄວາມໄວ້ເນື້ອເຊື່ອໃຈເພື່ອຍັກຍອກເອົາຊັບຂອງບຸກຄົນອື່ນມາເປັນຂອງຕົນ, ເຊິ່ງເຮັດໃຫ້ເກີດຜົນເສຍຫາຍຢ່າງຫຼວງຫຼາຍຕໍ່ພວກໂຈດທາງແພ່ງ.

ຈາກຂໍ້ມູນຫຼັກຖານຕົວຈິງທີ່ປະກອບມາໃນສໍານວນຄະດີ, ຄະນະສານ ຈຶ່ງຕັດສິນໃຫ້ຈໍາ ເລີຍ ຮັບໂທດຈຳຄຸກ ແລະ ປັບໃໝ ພ້ອມທັງໃຫ້ຈຳເລີຍໃຊ້ແທນເງິນທີ່ຍັງຄ້າງຈ່າຍໃຫ້ກັບ ໂຈດທາງແພ່ງ ໃຫ້ຄົບຕາມຈຳນວນດັ່ງນີ້:1. ນາງ ສົມຄິດ 136.000.000 ກີບ, 2. ນາງ ດາວອນ + ທ້າວ ເລີນ ຈໍານວນ 79.000.000 ກີບ, 3. ນາງ ຫວາງພອນ ຈໍານວນ 9.800.000 ກີບ, 4. ນາງ ລິນດາ ຈໍານວນ 20.650.000 ກີບ, 5. ນາງ ໄພ ພອນ ຈໍານວນ 43.000.000 ກີບ, 6. ນາງ ສົມ ສະໜຸກ ຈໍານວນ 3.750.000 ກີບ, 7. ນາງ ເມ ພະຈັນ ຈໍານວນ 79.000.000 ກີບ, 8. ນາງ ເຈນນີ້ ຈໍານວນ 77.400.000 ກີບ ຕາມກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ມາດຕາ 83.