ອຸຕຸແຈ້ງເຕືອນ 18-20 ກັນຍາ ພາຍຸໂນອິນ ຈະພັດຜ່ານເຂົ້າລາວ

0
762

ເນື່ອງຈາກວ່າ ພາຍຸໝູນເຂດຮ້ອນ ໂນອິນ ຫົວທີ 11 ປະຈຳປີ 2020 ເຊິ່ງໃນເວລາ 7:30 ໂມງ ຂອງວັນທີ 16 ກັນຍາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານ ທີ 13,0 ອົງສາເໜືອ ແລະ ເສັ້ນແວງທີ 117,8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ຄາດຄະເນວ່າ ພາຍຸຫົວນີ້ ຈະຂຶ້ນຝັ່ງເຂດ ເມືອງດານັງ ສສ ຫວຽດນາມ

ໃນຕອນຍ່າຍຂອງວັນທີ 18 ກັນຍາ ນີ້ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງສາລະວັນ, ສະຫວັນນະເຂດ ແລະ ຄຳມ່ວນ ໃນຄືນວັນທີ 18 ຫາ ຕອນເຊົ້າວັນທີ 19 ກັນຍາ ນີ້. ຈາກນັ້ນ, ຈະອ່ອນກຳລັງລົງເປັນພາຍຸດິເປຼຊັນ ແລະ ຍ່ອມຄວາມກົດດັນອາກາດຕ່ຳ ເຄື່ອນທີ່ຜ່ານປະເທດໄທຕາມລຳດັບ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18-20 ກັນຍາ 2020 ນີ້.

ດັ່ງນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນຢູ່ແຂວງພາກເໜືອ ຫາ ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມນີ້, ກໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.