ກອງບັນຊາການ ປກສ ເມືອງນານ ແຂວງຫຼວງພະບາງ ໄດ້ ປິດຊຸດຝຶກອົບຮົມ ວຽກງານວິຊາສະເພາະຕໍາຫຼວດໄລຍະສັ້ນ ໃນວັນທີ 11 ກັນຍາ 2020; ເຂົ້າຮ່ວມໂດຍ ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ, ພັທ ຄໍາເພົ້າ ເດດບັນດິດ ຫົວໜ້າກອງບັນຊາການ ປກສ ເມືອງນານ, ມີຫົວໜ້າ ປກສ ກຸ່ມ ແລະ ບັນດາສໍາມະນາກອນ ເຂົ້າຮ່ວມ.

ປິດຊຸດຝຶກອົບຮົມ ວຽກງານວິຊາສະເພາະໃຫ້ ປກສ ເມືອງນານ
ປິດຊຸດຝຶກອົບຮົມ ວຽກງານວິຊາສະເພາະໃຫ້ ປກສ ເມືອງນານ

ພັທ ຄໍາເພົ້າ ເດດບັນດິດ ກ່າວວ່າ: ຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ ປກສ ເມືອງນານ ໄດ້ໄຂຂຶ້ນໃນວັນທີ 9-11 ກັນຍາ 2020 ໂດຍມີ 4 ວິຊາ ຄື: ວິຊາສືບສວນສອບສວນ, ນິຕິວິທະຍາ, ຕ້ານການຄ້າມະນຸດ , ຕ້ານຢາເສບຕິດ ແລະ ວຽກງານອື່ນທີ່ກ່ຽວຂ້ອງ; ຜ່ານການຝຶກອົບຮົມ, ເຫັນວ່າ ຄູ-ອາຈານໄດ້ເອົາໃຈໃສ່ສິດສອນດ້ວຍຄວາມຮັບຜິດຊອບສູງ ແລະ ນັກສໍາມະນາກອນກໍໄດ້ຕັ້ງໃຈຄົ້ນຄວ້າຮໍາຮຽນເປັນຢ່າງດີ.

ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ ໄດ້ໂອ້ລົມຕໍ່ນັກສໍາມະນາກອນ ແລະ ຄູ-ອາຈານ ທີ່ໄດ້ເອົາໃຈໃສ່ໃນວຽກງານປ້ອງກັນຄວາມສະຫງົບເພາະວ່າວຽກງານປ້ອງກັນຄວາມສະຫງົບແມ່ນໝາກຫົວໃຈຂອງການພັດທະນາປະເທດຊາດ; ພ້ອມນີ້, ທ່ານກໍໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນຈົ່ງກໍາແໜ້ນ ເອົາບົດຮຽນທີ່ຄູບາອາຈານສິດສອນໃຫ້ໄປຜັນຂະຫຍາຍນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ຕົວຈິງໃຫ້ປະສົບຜົນສໍາເລັດ ເຮັດໃຫ້ເມືອງນານມີຄວາມສະຫງົບ-ປອດໄພ 100%.