ໃນວັນທີ 15 ກັນຍາ 2020 ນີ້, ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງພິທີເປີດ ສົກຮຽນໃໝ່ ປະຈໍາປີ 2020-2011, ໂດຍການເຂົ້າຮ່ວມ ຂອງ ພົຕ ສີດາລໍ່ ຈົ່ງເຕັ່ງເຈຍ່ຊ່າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ, ມີທ່ານ ພົຈວ ບຸນຈັນ ລາດສະວົງ ຫົວໜ້າການທະຫານ ວິທະຍາຄານກົມມະດໍາ ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ສະຫາຍ ພັທ ບົວໄລ ສີລັກສາ ຫົວໜ້າຫ້ອງອົບຮົມກໍ່ສ້າງ ວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານແຜນການການຮຽນ-ການສອນ ສົກປີ 2020-2021 ເພື່ອເປັນການຍົກສູງລະດັບຄວາມຮູ້, ຄວາມສາມາດ ເຂົ້າໃຈຕໍ່ພື້ນຖານທິດສະດີ ຫຼັກມູນວິທະຍາສາດຂອງລັດທິມາກ-ເລ ນິນ , ແນວທາງແຜນນະໂຍບາຍຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ, ທັງເປັນການປັບປຸງວິທີນໍາພາ-ບັນຊາການເຄື່ອນໄຫວດໍາລົງຊີວິດ, ຝຶກຝົນຫຼໍ່ຫຼອມຄຸນສົມບັນສິນທໍາປະຕິວັດ ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ສໍາລັບນັກສຶກສາໃນສົກປີ 2020-2021 ປະກອບມີ 5 ລະບົບ ເຊັ່ນ: ກໍ່ສ້າງນາຍທະຫານບັນຊາ-ນໍາພາຂັ້ນໝວດ-ກອງຮ້ອຍ ປະລິນຍາຕີ ລະບົບ 4 ປີ ຊຸດທີ 19 ມີ 10 ເຫຼົ່າຮົບ, ກໍ່ສ້າງພະນັກງານບັນຊາ-ນໍາພາຂັ້ນໝວດ ກອງຮ້ອຍລະບົບ 1 ປີ ແບ່ງອອກ 2 ສາຍຮຽນ ຄື: ພະນັກງານບັນຊາຊຸດທີ 15 ແລະ ພະນັກງານນໍາພາ ຊຸດທີ 12, ກໍ່ສ້າງຄູການທະຫານ ລະບົບ 10 ເດືອນ ຊຸດທີ 9, ກໍ່ສ້າງນາຍສິບ 5 ເຫຼົ່າຮົບວິຊາສະເພາະ ລະບົບ 1 ປີ ຊຸດທີ 27 ແລະ ລະບົບບໍາລຸງພະນັກງານບັນຊາ-ນໍາພາ ຂັ້ນກອງຮ້ອຍ-ກອງພັນນ້ອຍ ລະບົບ 6 ເດືອນ ຊຸດທີ 5.

ໂອກາດນີ້, ທ່ານ ພົຕ ສີດາລໍ່ ຈົ່ງເຕັ້ງເຈຍ່ຊ່າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໂອ້ລົມ ແລະ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ຄູ-ອາຈານ ຕະຫຼອດນັກຮຽນ-ນັກສຶກສາ ຈົ່ງເອົາໃຈໃສ່ຄົ້ນຄວ້າ ສຶກສາຮ່ຳຮຽນ ແລະ ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກົມກອງວາງອອກ ກໍຄືກະຊວງປ້ອງກັນປະເທດ ວ່າດ້ວຍການກໍ່ສ້າງນາຍທະຫານ ຢູ່ວິທະຍາຄານໃຫ້ມີຄຸນນະພາບສູງ, ສ້າງເປັນນາຍທະຫານທີ່ມີແບບແຜນ ທັນສະໄໝ, ໃຫ້ໄດ້ຮັບຜົນສໍາເລັດ ຕາມແຜນການ ແລະ ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທະປະຕິວັດ ເຂົ້າໃນວຽກງານການສິດສອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງໜ້າທີ່ປົກປັກຮັກສາ ແລະ ພ້ອມກັນນໍາເອົາບົດຮຽນມາໝູນໃຊ້ໃຫ້ໄດ້ຮັບໝາກຜົນສູງ.

ກວດແກ້: ອາພອນລາວ ລາຊາສົມບັດ

ຂ່າວ-ພາບ : ສ່ວນບຸບຜາ ທິບທິດາ