ຮອງນາຍົກລັດຖະມົນຕີ ພົບປະຢ້ຽມຢາມ ຄ້າຍຄຸມຂັງຕານປ່ຽວ

0
1743

ໃນວັນທີ 16 ກັນຍາ ນີ້, ທ່ານ ປອ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການ ອະໄພຍະໂທດລະດັບຊາດ ພ້ອມດ້ວຍຄະນະກຳມະການອະໄພຍະໂທດລະດັບຊາດ ລົງພົບປະຢ້ຽມຢາມ ຄ້າຍຄຸມຂັງຕານປ່ຽວ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ, ຕ້ອນຮັບໂດຍ ພົຕ ປອ ສົມຫັວງ ທຳມະສິດ ຮອງລັດ ຖະມົນຕີ ກະຊວງ ປກສ, ມີ ຄະນະກົມ  ແລະ ພະນັກງານ-ນັກຮົບພາຍໃນຄ້າຍ ເຂົ້າຮ່ວມ

ໃນພິທີ, ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄ້າຍຄຸມຂັງຕານປ່ຽວ ວ່າ: ຄ້າຍຄຸມຂັງຕານປ່ຽວ ແມ່ນຄ້າຍໜຶ່ງ ທີ່ຂຶ້ນກັບກົມຕຳຫຼວດຄຸມຂັງ-ດັດສ້າງ, ເຊິ່ງການປະຕິບັດວຽກງານຂອງເຈົ້າໜ້າທີ່ຄ້າຍຄຸມຂັງ ກໍໄດ້ອີງໃສ່ບັນດາກົດໝາຍ ແລະ ນິຕິກຳ ໃນການຄຸ້ມຄອງ, ປ້ອງກັນ ແລະ ສືກສາອົບຮົມ ເປັນຕົ້ນແມ່ນ ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍກຳລັງ ປກສ.

ລັດຖະບັນຍັດຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດ, ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄ້າຍຄຸມຂັງ, ຄຳສັ່ງຂອງລັດ ຖະມົນຕີ ກະຊວງ ປກສ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄ້າຍຄຸມຂັງ-ດັດສ້າງ ແລະ ຄ້າຍກັກຂັງຊົ່ວຄາວໃນທົ່ວປະເທດ, ກົດລະບຽບຂອງກຳລັງຕຳຫຼວດຄຸມຂັງ-ດັດສ້າງ ແລະ ນິຕິກຳອື່ນໆ.

 ນອກຈາກນີ້, ພາຍໃນຄ້າຍ ຍັງໄດ້ນຳພານັກໂທດ ທຳການຜະລິດ-ຝຶກວິຊາຊີບ ດ້ວຍຫຼາຍຮູບແບບ ເຊັ່ນ: ສານຕິບເຂົ້າ, ແກະສະລັກ, ຜະລິດດິນບ໋ອກ, ຝຶກການກໍ່ສ້າງ, ຕໍ່າຫູກ, ຕັດຫຍິບເສື້ອຜ້າ ແລະ ຜະລິດຕະພັນອື່ນໆ, ເຊິ່ງຜະລິດຕະພັນທີ່ນັກໂທດຜະລິດໄດ້ ຄ້າຍໄດ້ສົ່ງອອກຂາຍຕາມທ້ອງຕະຫຼາດ ເພື່ອເປັນການແກ້ໄຂຊີວິດການເປັນຢູ່ໃຫ້ແກ່ນັກໂທດ ແລະ ສ້າງໃຫ້ເຂົາເຈົ້າ ມີອາຊີບ ພາຍຫຼັງພົ້ນໂທດອອກສູ່ສັງຄົມ ສາມາດໄປປະກອບອາຊີບໄດ້.

ໃນໂອກາດນີ້, ທ່ານ ປອ ສອນໄຊ ສີພັນດອນ ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກົມຕຳຫຼວດຄຸມຂັງ-ດັດສ້າງ ຈົ່ງເພີ່ມທະວີການຊີ້ນຳ-ນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານຄຸ້ມຄອງນັກໂທດ ແລະ ວຽກງານອະໄພຍະໂທດ, ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ວຽກງານຂອງຕົນ ໃນການປະຕິບັດໜ້າທີ່ວຽກງານຄຸ້ມຄອງສະຖານທີ່ຄ້າຍຄຸມຂັງ ແລະ ປະຕິບັດຫຼັກການປະສານສົມທົບ ເພື່ອໃຫ້ສອດຄ່ອງຕາມລະ ບຽບ, ກົດໝາຍ ທີ່ໄດ້ກຳນົດໄວ້.

 ເອົາໃຈໃສ່ໃນການຄົ້ນຄ້ວາຄັດເລືອກເອົານັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດໃນແຕ່ລະປີ ໃຫ້ຖືກຕ້ອງຕາມເງື່ອນໄຂ, ມີຄວາມໂປ່ງໃສ, ຍຸຕິທຳ ແລະ ທັນຕາມກຳນົດເວລາທີ່ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍການອະໄພຍະໂທດ.