ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ໃນວັນທີ 19 ກຸມພາຜ່ານມາ, ເປັນ ກຽດເຂົ້າຮ່ວມໂດຍ ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ພາຍໃຕ້ການເປັນປະທານຂອງ ພັທ ປອ ຄໍາແຝງ ວັນດີໄຊ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ, ມີຄະນະພັກ-ຄະນະກົມ-ຮອງກົມ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ສິງປະດິດ ບັນດານສຸກ ຮອງຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ກ່າວວ່າ: 1 ປີຜ່ານມາ ຄະນະພັກ-ຄະນະບັນຊາກົມ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ສະແດງອອກຄື: ໄດ້ຮັບການສ່ອງແສງລາຍງານສະພາບຈາກພະແນກສິ່ງແວດລ້ອມຂອງບັນດາແຂວງ ລວມມີ 9 ແຂວງຄື: ຜົ້ງສາລີ, ອຸດົມໄຊ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື; ເຊິ່ງໃນທົ່ວປະເທດມີຄະດີສິ່ງແວດລ້ອມເກີດຂຶ້ນຈໍານວນ 12 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 24 ຄົນ, ຄົນຕ່າງປະເທດ 5 ຄົນ ໃຫ້ຂໍ້ຫາການທໍາລາຍປ່າໄມ້; ນອກນີ້, ຍັງໄດ້ເຂົ້າຮ່ວມກອງປະຊຸມທາງດ້ານວິຊາການກ່ຽວກັບການດໍາເນີນມາດຕະການຂອງເຄືອຂ່າຍການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ 3 ຄັ້ງ, ເຂົ້າຮ່ວມເປັນຄະນະກໍາມະການລົງກວດບັນດາບໍລິສັດ, ໂຮງຈັກ-ໂຮງງານ ແລະ ຟາມລ້ຽງສັດຕ່າງໆ, ຈໍານວນ 16 ຄັ້ງ, ໄດ້ແກ້ໄຂໂຮງງານທີ່ມີການລັກລອບປຸງແຕ່ງທາດເຄມີຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຮ່ວມກັບພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ແກ້ໄຂເຄື່ອງຕັດໄມ້ ( ຈັກສະຕິນ ) ທີ່ວາງຂາຍຕາມທ້ອງຕະຫຼາດ ແລະ ຫ້າງຮ້ານ ທີ່ບໍ່ໄດ້ຮັບອະນຸຍາດສາມາດຢຶດຈັກສະຕິນ 32 ເຄື່ອງ, ລົງເຄື່ອນໄຫວວຽກງານວິຊາສະເພາະເກັບກໍາຂໍ້ມູນນໍາບັນດາກະຊວງ, ໂຮງຈັກ-ໂຮງງານ, ຟາມລ້ຽງສັດ 62 ຄັ້ງ.

ທິດທາງແຜນການໃນປີນີ້ ຄະນະພັກ-ຄະນະບັນຊາກົມຕໍາຫຼວດສິ່ງແວດລ້ອມ ຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບກໍາແໜ້ນສະພາບການເຄື່ອນໄຫວ ຂອງຜູ້ທີ່ລະເມີດກົດໝາຍສິ່ງແວດລ້ອມ, ສືບຕໍ່ເອົາໃຈໃສ່ສະກັດກັ້ນ ແກ້ໄຂຕາມພາລະບົດບາດ, ຂອບເຂດສິດ ແລະ ຕາມລະບຽບກົດໝາຍໃຫ້ຖືກຕ້ອງ, ຊັດເຈນ, ຮັດກຸມ ແລະ ຍຸຕິທໍາ, ຄົ້ນຄວ້າສ້າງນິຕິກໍາ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ, ເປັນເຈົ້າການພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ຄະນະກໍາມະການຕ່າງໆ ເພື່ອພ້ອມກັນປຶກສາຫາລືຊອກຫາວິທີທາງປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂຜູ້ລະເມີດຕໍ່ກົດໝາຍສິ່ງແວດລ້ອມໃຫ້ມີປະສິດທິຜົນ.

ໃນກອງປະຊຸມ ພັທ ປອ ຄໍາແຝງ ວັນດີໄຊ ຍັງໄດ້ເຜີຍແຜ່ຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກ່ຽວກັບການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕິດພັນກັບການຕ້ານການສໍ້ລາດບັງຫຼວງໃນກໍາລັງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງວ່າດ້ວຍທີ່ຕັ້ງພາລະບົດບາດໜ້າທີ່ລະບອບວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາທຸກຂັ້ນໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ.