ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ I ຂຶ້ນໃນວັນທີ 19 ກຸມພາ 2018 ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານຫຼັກແຫຼ່ງ, ກໍາແໜ້ນພື້ນຖານທິດສະດີມາກ-ເລນິນ ແລະ ມູນເຊື້ອຂອງພັກ ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ນັກສໍາມະນາກອນອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ຈະດໍາເນີນເລີ່ມແຕ່ວັນທີ 19 ກຸມພາ-27 ເມສາ 2018 ຈຶ່ງສໍາເລັດ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຊື່ອມຊຶມ, ກໍາແໜ້ນບັນດາເນື້ອໃນອັນສໍາຄັນພື້ນຖານຂອງທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອຂອງພັກ; ກໍາໄດ້ແນວທາງການເມືອງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ຄວາມຮູ້ພື້ນຖານທາງດ້ານທິດສະດີທີ່ນໍາມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານຕົວຈິງ; ເພື່ອເຮັດໃຫ້ແຜນການດ້ານການບໍາລຸງ-ກໍ່ສ້າງ, ນໍາໃຊ້ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ຕິດພັນກັບວິໄສທັດ ແລະ ແຜນພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃນແຕ່ລະໄລຍະ.

ນອກຈາກນີ້, ຍັງເຮັດໃຫ້ພະນັກງານເຊື່ອມຊຶມ, ກໍາໄດ້ແນວທາງປ່ຽນແປງໃໝ່ຂອງພັກ-ລັດ ຢ່າງເລິກເຊິ່ງ ແລະ ໃຫ້ພະນັກງານຫຼັກແຫຼ່ງສາມາດຮັບຮູ້, ເຂົ້າໃຈກໍາແໜ້ນ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ແລະ ເປັນບ່ອນຝຶກຝົນຫຼໍ່ຫຼອມພະນັກງານໃຫ້ກາຍເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດກາຍເປັນພະນັກງານຫຼັກແຫຼ່ງ, ເປັນຜູ້ສືບທອດທິດສະດີກໍຄືພາລະກິດຂອງພັກໃຫ້ກາຍເປັນຜູ້ທີ່ມີຄວາມຫ້າວຫັນ ແລະ ມີຄວາມກ້າວໜ້າເຮັດສໍາເລັດໜ້າທີ່ມອບໝາຍໃຫ້.