ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກ່ຽວກັບການດູແລການເກີດລູກທີ່ປອດໄພ ແລະ ການດູແລພາວະສຸກເສີນດ້ານປະສູດ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ໃນວັນທີ 19 ກຸມພາ 2018 ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີ ທ່ານ ຮສ.ດຣ ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ ອານັນ ສັກປະເສີດ ປະທານສະມາຄົມແພດປະສູດ-ພະຍາດຍິງ ກະຊວງ ສາທາລະນະສຸກ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ຮສ.ດຣ ບຸນໜັກ ໄຊຊະນະສົງຄາມ ໃຫ້ຮູ້ວ່າ: ເພື່ອຫຼຸດຜ່ອນການຕາຍຂອງແມ່ ແລະ ເດັກ ນ້ອຍ, ການດູແລສຸຂະພາບຂອງແມ່ແມ່ນມີຄວາມສຳຄັນຫຼາຍເພາະເປັນຕົວຊີ້ວັດທີ່ທ້າທາຍອັນໜຶ່ງທີ່ສຳຄັນສຳລັບວຽກງານແມ່ ແລະ ເດັກນ້ອຍເພື່ອໃຫ້ບັນລຸຕົວຊີ້ວັດ ດັ່ງກ່າວ. ສະນັ້ນ, ສູນສຸຂະພາບແມ່ ແລະ ເດັກ ກະຊວງ ສາທາລະນະສຸກ ຈຶ່ງໄດ້ຂຽນຍຸດທະສາດອອກມາ ເພື່ອເປັນກອບຂໍ້ກຳນົດອອກມາທັງໝົດ 11 ຍຸດທະສາດ ໃນການປະຕິບັດວຽກງານ ເພື່ອບັນລຸການຕາຍຂອງແມ່ ແລະ ເດັກເກີດໃໝ່ ແລະ ໄດ້ມີການປະຕິບັດ ເຊັ່ນ: ການໃຫ້ບໍລິການດູແລສຸຂະພາບແມ່ກ່ອນເກີດ, ການດູແລສຸຂະພາບແມ່ໃນເວລາເຈັບທ້ອງເກີດລູກ ແລະ ເກີດລູກ ໂດຍພະນັກງານທີ່ມີຄຸນນະພາບ ແລະ ສາມາດແກ້ໄຂສຸກເສີນປະສູດໄດ້ຢ່າງຕໍ່ເນື່ອງ, ເຊິ່ງຜ່ານມາທາງອົງການອະນາໄມໂລກໄດ້ມີການປະເມີນການຕາຍຂອງແມ່ໃນ ສປປ ລາວ ໄດ້ຫຼຸດລົງຈາກ 220 ຄົນ ມາເປັນ 197 ຄົນ ໃນປີ 2017 ເຊິ່ງສະແດງອອກຜ່ານມາ ມີອັດຕາການດູແລກ່ອນເກີດຄັ້ງທີ 1 ໄດ້ສູງເຖິງ 84,7% ແຕ່ອັດຕາການເກີດລູກຢູ່ສະຖານທີ່ບໍລິການຍັງຕໍ່າຢູ່ພຽງແຕ່ 53,7% ແລະ ກະຊວງ ສາທາລະນະສຸກຍອມຮັບວ່າການຕາຍແມ່ນເນື່ອງຈາກອາການສົນ ໃນໄລຍະຖືພາ, ເກີດລູກ ແລະ ຫຼັງເກີດລູກແມ່ນສາມາດປ້ອງກັນໄດ້ ໂດຍການໃຫ້ການດູແລທີ່ຖືກຕ້ອງ ແລະ ທັນເວລາທັງໃຫ້ການຊ່ວຍເຫຼືອເມື່ອມີອາການສົນເກີດຂຶ້ນ.

ເພື່ອເຮັດໃຫ້ບັນລຸຕາມເປົ້າໝາຍ 3 ໃນ 10 ຕົວຊີ້ວັດຂອງ ກະຊວງສຶກສາທາລະນະສຸກທີ່ທາງສະພາໄດ້ຮັບຮອງເອົາ ຈົນຮອດປີ 2025 ຄື: ຫຼຸດຜ່ອນການຕາຍຂອງແມ່ໃຫ້ເຫຼຸືອໜ້ອຍກວ່າ 110 ຄົນຕໍ່ 100.000 ຄົນ, ຫຼຸດຜ່ານການຕາຍຂອງເດັກລຸ່ມ 1 ປີ ໃຫ້ເຫຼືອ 20 ຄົນຕໍ່ 1.000 ຄົນ, ເດັກລຸ່ມ 5 ປີ ໃຫ້ຫຼຸດລົງເຫຼືອ 30 ຄົນຕໍ່ 1.000 ຄົນ ແລະ ການເກີດລູກນຳແພດທີ່ຊຳນານໃຫ້ໄດ້ຫຼາຍກວ່າ 90% ຕໍ່ການສະໜອງບໍລິການ ແລະ ຄຸນນະພາບຂອງການດູແລທີ່ພຽງພໍແມ່ນເປັນປົກກະຕິ; ສຳລັບປີ 2018-2019 ຄະນະນຳກະຊວງສາທາລະນະສຸກຈະສືບຕໍ່ຊີ້ນຳ-ນຳພາພະນັກງານຢູ່ແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດສຸມທຸກກຳລັງເຫື່ອແຮງຂອງຕົນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບດ້ວຍຄວາມຫ້າວຫັນ ເພື່ອເຮັດໃຫ້ອັດຕາການເກີດລູກຢູ່ສະຖານທີ່ບໍລິການຕ່າງໆ ໃຫ້ເພີ່ມຂຶ້ນ ເພື່ອບັນລຸເປົ້າໝາຍຕົວຊີ້ວັດຂອງກະຊວງສາທາລະນະສຸກວາງອອກໃຫ້ປະກົດຜົນເປັນຈິງທັງຮັບປະກັນການປ້ອງກັນ, ການດູແລການເກີດລູກ ແລະ ດ້ານຕ່າງໆມີຄວາມສະດວກສະບາຍ, ປະຕິບັດໃຫ້ຖືກຕ້ອງ, ທັນເວລາ ແລະ ມີຄຸນນະພາບຮັບປະກັນການບໍລິການມີຄວາມປອດໄພ.