ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ກຸມພານີ້ ວ່າ: ອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກຖະແຫຼງການ ໂດຍຮຽກ ຮ້ອງໃຫ້ທຸກຝ່າຍໃນສົງຄາມຊີຣີ ຢຸດການຕໍ່ສູ້ໃນເຂດກູຕາ ທາງພາກຕາເວັນອອກ ຫຼັງຈາກມີຈຳນວນຜູ້ ເສຍຊີວິດເພີ່ມຂຶ້ນຫຼາຍ ກວ່າ 100 ຄົນແລ້ວໃນໄລຍະ 1 ວັນຜ່ານມາ.

ສຳນັກງານການປະສານງານດ້ານມະນຸດສະທຳແຫ່ງສະຫະປະ ຊາຊາດ (OCSA) ປະຈຳຊີຣີ ອອກຖະແຫຼງການໃນ ວັນທີ 19 ກຸມພາ ຜ່ານມາ ໂດຍຮຽກຮ້ອງໃຫ້ທຸກຝ່າຍທີ່ມີຄວາມຂັດແຍ່ງກັນໃນສົງຄາມຊີຣີ ຢຸດການສູ້ຮົບໃນເຂດກູ ຕາ, ເຊິ່ງຕັ້ງຢູ່ນອກນະຄອນຫຼວງດາມັດກັດ ແລະ ເປັນເຂດພື້ນທີ່ແຫ່ງສຸດທ້າຍຮອບ ເມືອງຫຼວງຂອງຊີຣີ ທີ່ກອງກຳ ລັງຝ່າຍກຸ່ມກໍ່ການຮ້າຍຍັງຢຶດຄອງໄວ້. ຫຼັງຈາກປະຕິບັດການໂຈມຕີທາງອາກາດ ໂດຍຍິງປືນໃຫຍ່ ແລະ ລູກຈະ ຫຼວດຕໍ່ສູ້ກັນນັບແຕ່ວັນທີ 19 ກຸມພາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ ແລະ ໄດ້ຮັບບາດເຈັບອີກ 300 ກວ່າຄົນແລ້ວ.

ທີ່ອົງການສັງເກດການດ້ານສິດທິມະນຸດແຫ່ງຊາດຊີຣີ ຖະແຫຼງການວ່າ: ຈຳນວນຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດ ເຈັບຈາກການຕໍ່ສູ້ກັນຢ່າງໃນເຂດກູຕາ ທາງພາກຕາເວັນອອກຂອງຊີຣີ ໃນໄລຍະ 1 ວັນຜ່ານມາ ຖືເປັນສະຖິຕິສູງ ສຸດນັບຕັ້ງແຕ່ກອງກຳລັງຝ່າຍຕໍ່ສູ້ຕ້ານລັດຖະບານເຂົ້າຢຶດຄອງເຂດພື້ນທີ່ດັ່ງກ່າວຕັ້ງແຕ່ປີ 2015 ແລະ ຖືກທະ ຫານລັດຖະບານປິດລ້ອມເອົາໄວ້ຕັ້ງແຕ່ຕອນນັ້ນມາເຖິງປັດຈຸບັນ. ນອກຈາກນັ້ນ; ກອງທັບຂອງລັດຖະບານຊີຣີ ໄດ້ປະຕິບັດການໂຈມຕີທາງອາກາດຢ່າງຮ້າຍແຮງໃນເຂດດັ່ງກ່າວ ເພື່ອເປີດທາງໃຫ້ມີການໂຈມຕີໂດຍກອງກຳລັງ ທາງພາກພື້ນດິນເປັນຂັ້ນຕໍ່ໄປ.

ກອງທັບຊີຣີ ເຄີຍປະຕິບັດການທາງທະຫານຕໍ່ເນື່ອງ 5 ວັນ ໃນເຂດກູຕາ ທາງພາກຕາເວັນອອກ, ໃນເດືອນກຸມ ພານີ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດເພີ່ມຫຼາຍກວ່າ 250 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍຮ້ອຍຄົນ.