ຂ່າວຕ່າງປະເທດລາຍງານໃນວັນທີ 20 ກຸມພານີ້ ວ່າ: ລັດຖະບານສິງກະໂປ ກຽມເກັບພາສີກາກບອນ ຕັ້ງແຕ່ປີ 2019 ເປັນຕົ້ນໄປ ເພື່ອສົ່ງເສີມຄວາມພະຍາຍາມໃນການຮັກສາສິ່ງແວດລ້ອມ.

ທ່ານ ເຮັງ ສະວີກຽດ ລັດຖະມົນຕີວ່າການກະຊວງການເງິນສິງກະໂປ ກ່າວວ່າ: ມາດຕະການເກັບພາສີກາກບອນ ມີຜົນບັງຄັບໃຊ້ນັບແຕ່ຕົ້ນປີ 2019 ເປັນຕົ້ນໄປ ໂດຍພາສີດັ່ງກ່າວຈະເປັນການຮຽກເກັບຈາກທຸກພາກສ່ວນໃນ ອັດຕາ 5 ໂດລາສິງກະໂປ ຕໍ່ການປ່ອຍກ໊າດເຮືອນແກ້ວ 1 ໂຕນ ລະຫວ່າງປີ 2019-2023. ຫຼັງຈາກນັ້ນ, ລັດຖະ ບານຈະທົບທວນອັດຕາດັ່ງກ່າວ, ເຊິ່ງອາດຈະຂະຫຍາຍເວລາຕໍ່ໄປໃນອັດຕາຄືເກົ່າ ຫຼື ເພີ່ມຂຶ້ນເປັນ 10-15 ໂດ ລາສິງກະໂປ ຕໍ່ກ໊າດເຮືອນແກ້ວ 1 ໂຕນ ພາຍໃນປີ 2030.

ທ່ານ ເຮັງ ກ່າວອີກວ່າ: ສິງກະໂປ ເປັນປະເທດທີ່ຜະລິດກ໊າດເຮືອນແກ້ວຫຼາຍກວ່າທຸກປະເທດໃນໂລກ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ເນັ້ນໃສ່ການຫຼຸດປະລິມານການປ່ອນກ໊າດພິດສູ່ຊັ້ນບັນຍາກາດໃຫ້ໜ້ອຍລົງອີກ ເພື່ອຕ້ານກັບພາ ວະຄວາມປ່ຽນແປງຂອງສະພາບອາກາດໃນໂລກ. ນອກຈາກນີ້, ທາງພາກລັດ ເຊື່ອວ່າການຮຽກ ເກັບພາສີກາກ ບອນ ຈະເປັນການກະຕຸ້ນຄວາມເຂັ້ມແຂງທາງດ້ານການແຂ່ງຂັນທຸລະກິດຂອງຜູ້ປະ ກອບການໃນສິງກະໂປ ໃຫ້ມີ ການແຂ່ງຂັນກັນອອກມາດຕະການຮັກສາສິ່ງແວດລ້ອມ ແລະ ເປັນການປະຢັດຄ່າໃຊ້ຈ່າຍພາຍໃນອົງກອນນຳອີກ. ນອກນັ້ນ, ຍັງເປັນການຮັກສາສິ່ງແວດລ້ອມໄປພ້ອມກັນ.

ຂໍ້ມູນຈາກອົງກອນພະລັງງານລະຫວ່າງປະເທດ (IEA) ແຈ້ງ ໃຫ້ຮູ້ວ່າ: ສິງກະໂປ ຢູ່ອັນດັບທີ່ 26 ຈາກ 142 ປະເທດ ຈາກການ ຈັດອັນດັບກ່ຽວກັບການປ່ອຍກ໊າດເຮືອນແກ້ວຂອງປະຊາກອນ.