ເວັບໄຊແອນິວຊີແລນ ແຈ້ງເຕືອນໃນວັນທີ 19 ກຸມພາ ທີ່ຜ່ານມາວ່າ: ຄາດວ່າຕະຫຼອດອາທິດນີ້ ຖ້ຽວບິນໃນປະເທດອາດຈະໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກພາຍຸກີຕາ ທີ່ພັດເຂົ້າປະເທດ ເຊັ່ນດຽວກັບຖ້ຽວບິນລະຫວ່າງປະເທດບາງເສັ້ນທາງ; ຫາກຜູ້ໂດຍສານຍັງເລືອກທີ່ຈະເດີນທາງຕາມທີ່ຕ້ອງການ ສະໜາມບິນຂໍແຈ້ງໃຫ້ຮູ້ວ່າ: ຜູ້ໂດຍສານຈະຕ້ອງຮັບຄວາມສ່ຽງດ້ວຍຕົນເອງສະໜາມບິນຈະບໍ່ຄືນເງິນ ຫຼື ຈ່າຍຄ່າເສຍຫາຍໃດໆ ໃນກໍລະນີທີ່ຖ້ຽວບິນມີບັນຫາ. ນາຍົກລັດຖະມົນຕີ ຈາຊິນດາ ອາເດີນ ຂອງນິວຊີແລນ ກ່າວວ່າ: ລັດຖະບານກຳລັງຕິດຕາມພາຍຸກີຕາຢ່າງໃກ້ຊິດ ແລະ ຂໍໃຫ້ປະຊາຊົນຮັບຟັງຄຳເຕືອນຂອງໜ່ວຍປ້ອງກັນໄພພົນລະເມືອງທ້ອງຖິ່ນຢ່າງເຄັ່ງຄັດ.

ສຳນັກງານອຸຕຸນິຍົມວິທະຍານິວຊີແລນ ປະກາດເຕືອນໄພສະພາບອາກາດຂັ້ນຮ້າຍແຮງຄວບຄຸມເກາະທາງໃຕ້ເກືອບທັງເກາະ ເພາະຄາດວ່າຈະມີຝົນຕົກຫຼາຍ, ທາງການຂອງເກາະທາງໃຕ້ຂອງປະເທດໄດ້ປະຊຸມກັນໃນວັນທີ 19 ກຸມພາ ຜ່ານມາວ່າ: ຍັງບໍ່ແນ່ນອນເລື່ອງການປະກາດສະຖານະການສຸກເສີນ ເພາະພື້ນທີ່ສ່ວນໃຫຍ່ຍັງໄດ້ຮັບຜົນກະທົບຈາກພາຍຸຂະໜາດໃຫຍ່ທີ່ພັດເຂົ້າມາໃນໄລຍະຕົ້ນເດືອນນີ້. ສ່ວນພາຍຸກີຕາ ກໍໄດ້ພັດເຂົ້າປະເທດຟິຈິ ແລະ ຕອງກາ ໃນມະຫາສະມຸດປາຊີຟິກ ໃນອາທິດທີ່ຜ່ານມາແລ້ວ ພ້ອມກັບມີຄວາມໄວລົມສູງສຸດ 275 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍໃນວົງກວ້າງ ແລະ ມີນໍ້າຖ້ວມ.