ຂ່າວຕ່າງປະເທດລາຍງານໃນວັນທີ 20 ກຸມພາ ທີ່ຜ່ານມາວ່າ: ຫຼາຍບ້ານໃນເຂດພູໄຟ ສິນາບຸງ ໃນປະເທດອິນໂດ ເນເຊຍ ຖືກປົກຄຸມໄປດ້ວຍຂີ້ເຖົ່າທີ່ອອກມາຈາກພູໄຟ ແລະ ປິວຂຶ້ນສູ່ອາກາດໃນລະດັບສູງ ເຊິ່ງຊາວບ້ານໃນເມືອງ ຄາໂຣ ເທິງເກາະສຸມາດຕຣາ ທີ່ຢູ່ໃກ້ຄຽງຕ້ອງໄດ້ພາກັນໃສ່ໜ້າກາກອະນາໄມ ເພື່ອປ້ອງກັນຝຸ່ນລະອອງຈາກພູໄຟ ທີ່ຕົກລົງມາປົກຄຸມພື້ນທີ່ ຂະນະດຽວກັນ, ຕາມທ້ອງຖະໜົນກໍເຕັມໄປດ້ວຍ ຂີ້ເຖົ່າຊາວບ້ານບາງສ່ວນຕ້ອງອົບ ພະຍົບໄປຢູ່ໃນເມືອງອື່ນຊົ່ວຄາວ ເພື່ອຄວາມປອດໄພ ແລະ ສາຍ ການບິນທີ່ບິນຜ່ານ ໃນໄລຍະໃກ້ໄດ້ຮັບຄຳເຕືອນ ຈາກສູນສັງເກດການພູໄຟທ້ອງຖິ່ນ ໃນເມືອງດາວິນ ວ່າ: ອາດເຮັດໃຫ້ເກີດຄວາມສ່ຽງໄພລະດັບສີແດງຫຼັງຈາກ ພູໄຟສິນາບຸງ ໄດ້ປ່ອຍຂີ້ເຖົ່າອອກມາຢ່າງຮຸນແຮງ ປິວຂຶ້ນສູງໄປໃນອາກາດເຖິງ 5 ພັນກວ່າແມັດ ໃນວັນ ທີ 19 ກຸມພາ ທີ່ຜ່ານມາ.

ຂະນະທີ່ຄວັນຮ້ອນແຜ່ກະຈາຍອອກມາຕາມສັນພູລົງມາທາງໃຕ້ ເປັນໄລຍະທາງໄກເຖິງ 4.900 ເເມັດ, ສຳນັກງານ ບັນເທົາໄພພິບັດແຫ່ງຊາດຂອງອິນໂດເນເຊຍ ລະບຸວ່າ: ຂະນະນີ້ຍັງບໍ່ໄດ້ຮັບລາຍງານຄວາມເສຍຫາຍໃດໆ. ນອກນີ້, ພູໄຟສິນາບຸງ ເປັນພູໄຟທີ່ບໍ່ລະເບີດມາເປັນເວລາຫຼາຍປີແລ້ວແຕ່ການລະເບີດອອກມາໃນຄັ້ງນີ້ຖືວ່າຮ້າຍແຮງທີ່ສຸດ ເຊິ່ງກ່ອນໜ້ານີ້ ກໍເຄີຍເກີດຂຶ້ນຄັ້ງໜຶ່ງໃນເດືອນສິງຫາປີ 2010 ເຊັ່ນກັນ.