ຂ່າວຕ່າງປະເທດລາຍງານໃນວັນທີ 20 ກຸມພາ ທີ່ຜ່ານມາ ວ່າ: ເຈົ້າໜ້າທີ່ຂອງປະເທດມຽນມາ ບຸກທຳລາຍແຫຼ່ງ ຜະລິດຢາເສບຕິດ ຢູ່ທາງພາກເໜືອຂອງປະເທດ ພ້ອມທັງຢຶດຢາເສບຕິດ, ສານປະ ສົມຢາເສບຕິດ ແລະ ອຸປະ ກອນ ທີ່ໃຊ້ໃນການຜະລິດ ຄິດເປັນມູນ ຄ່າລວມ 7 ລ້ານໂດລາສະຫະລັດ.

ທະຫານ ແລະ ເຈົ້າໜ້າທີ່ທ້ອງຖິ່ນມຽນມາ ໄດ້ຢຶດຢາໄອສ໌ 259 ກິໂລກຼາມ, ຝິ່ນ 120 ກິໂລ ກຼາມ ໃນລະຫວ່າງ ທີ່ເຂົ້າມ້າງໂຮງງານຜະລິດຢາເສບຕິດຂະໜາດໃຫຍ່ ໃນອາຄານ 34 ຫຼັງ ໃກ້ ກັບໝູ່ບ້ານແຫ່ງໜຶ່ງໃນລັດສານ ຕິດກັບຊາຍແດນປະເທດຈີນ. ກອງທັບມຽນມາ ກ່າວໃນຖະ ແຫຼງການວ່າ: ອຸປະກອນທີ່ໃຊ້ ໃນການຜະລິດຢາ ເສບຕິດ ແລະ ສານປະສົມຢາເສບຕິດທີ່ຢຶດມາໄດ້ນັ້ນມີອາຊິດ ແລະ ນ້ຳມັນກາຊວນໄດ້ຫຼາຍຮ້ອຍຖັງ, ໂຊດາໄຟ 750 ຖົງ, ຕູ້ແຊ່ເຢັນ 22 ຕູ້, ເຄື່ອງລະຜິດໄຟຟ້າ 12 ເຄື່ອງ, ກາເຟອິນ ແລະ ສານເຄມີອື່ນໆອີກຈຳນວນຫຼາຍ.

ເຈົ້າໜ້າທີ່ຕຳຫຼວດລະດັບສູງຂອງມຽນມາ ກ່າວວ່າ: ປະຕິບັດການຄັ້ງນີ້ ເປັນການຮ່ວມມືຂອງທະຫານ ແລະ ຕຳຫຼວດ; ຂະນະນີ້, ເຈົ້າໜ້າທີ່ກຳລັງດຳເນີນການຕາມຂະບວນການທາງກົດໝາຍ. ໂດຍການບຸກທຳລາຍໂຮງ ງານຢາເສບຕິດທີ່ເມືອງກຸດກາຍ ລັດສານ ໃນຄັ້ງນີ້ເກີດຂຶ້ນຕໍ່ເນື່ອງມາຈາກ ປະຕິບັດການໃນເດືອນທີ່ຜ່ານມາ ເຊິ່ງຄັ້ງນັ້ນເຈົ້າໜ້າທີ່ສາມາດຢຶດຢາບ້າໄດ້ 30 ລ້ານເມັດ, ຢາໄອສ໌ອີກ 2 ໂຕນ ແລະ ເຮໂຣອິນ ໄດ້ເປັນຈຳນວນຫຼາຍ ຄິດເປັນມູນຄ່າລວມ 54 ລ້ານໂດລາສະຫະລັດ.