ພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ລົງໂຄສະນາລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ຢູ່ເຂດບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນ້ຳທາ ໃນວັນທີ 17 ກັນຍາ 2020 ນຳພາໂດຍ ຮອ ສີວອນ ລີຈົງກວານ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍພະນັກງານ 20 ສະຫາຍ ຍິງ 3 ສະຫາຍ.

ຮອ ສີວອນ ລີຈົງກວານ ໃຫ້ຮູ້ວ່າ: ການລົງໂຄສະນາກົດລະບຽບການສັນຈອນໃນຄັ້ງນີ້ ແມ່ນໄດ້ນຳເອົາດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ188/ນຍ, ລົງວັນທີ 3/7/2007 ວ່າດ້ວຍ ການປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ໂດຍເນັ້ນໃສ່ລະບຽບກົດໝາຍການຂັບຂີ່ລົດຈັກທີ່ນັກຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ຂັບຂີ່ລົດໄວເກີນກຳນົດ, ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບສິດຂອງຜູ້ອື່ນ, ການດັດ ແປງສະພາບເຕັກນິກຂອງລົດ ແລະອື່ນໆ; ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຜູ້ຂັບຂີ່ລົດທຸກປະເພດ ກໍຄືຜູ້ໃຊ້ລົດໃຊ້ຖະໜົນມີສະຕິຕືນຕົວເຄົາລົບລະບຽບກົດໝາຍ ເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ, ປັດສະຈາກການເກີດອຸບັດຕິເຫດບົນທ້ອງຖະໜົນຫຼວງ ເພື່ອຮັບປະກັນໃຫ້ຊັບສິນສ່ວນຕົວ ແລະ ຊັບສິນສ່ວນລວມຂອງຊາດບໍ່ສູນຫາຍ.

ສຳລັບຜູ້ທີ່ລະເມີດຄັ້ງທໍາອິດເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈະໄດ້ສຶກສາອົບຮົມກ່າວເຕືອນ, ຫາກລະເມີດຄັ້ງທີ່ສອງຈະໄດ້ເຮັດບົດບັນທຶກພ້ອມວາງມາດຕະການຕໍ່ຜູ້ລະເມີດ, ຖ້າຫາກຍັງຝືນດື້ລະເມີດເປັນຄັ້ງທີສາມ ເຈົ້າໜ້າທີ່ຈະໄດ້ປັບໃໝຕາມລະບຽບກົດໝາຍທີ່ຜູ້ຂັບຂີ່ລະ ເມີດ, ໃນກໍລະນີຜູ້ຂັບຂີ່ລົດຈັກຫາກບໍ່ໃສ່ໝວກກັນກະທົບຈະໃຊ້ມາດຕະການປັບໃໝ 30 ພັນກີບຕໍ່ຄັ້ງຕໍ່ຄົນ ແລະ ຖ້າຫາກບໍ່ໃສ່ແວ່ນແນມຫຼັງຂອງລົດຈັກປັບໃໝ 30 ພັນກີບຕໍ່ຄັ້ງ. ໃນວັນດຽວກັນນັ້ນ, ໜ່ວຍງານຈະລາຈອນເມືອງຫຼວງນ້ຳທາ ກໍໄດ້ລົງໂຄສະນາກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ຢູ່ເຂດບ້ານວຽງໃຕ້ ເມືອງ ແລະ ແຂວງຫຼວງນ້ຳທາ ນຳພາໂດຍ ພັຕ ເພັງ ສຸວັນໄຊ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາ ພ້ອມດ້ວຍພະນັກງານ 9 ສະຫາຍ.