ກອງປະຊຸມປະກອບຄຳເຫັນ ໃສ່ຮ່າງບົດລາຍງານການເມືອງບແຜນພັດທະນາເສດຖະກິດ-ສັງຄົມ
ກອງປະຊຸມປະກອບຄຳເຫັນ ໃສ່ຮ່າງບົດລາຍງານການເມືອງບແຜນພັດທະນາເສດຖະກິດ-ສັງຄົມ

ໃນລະຫວ່າງວັນທີ 15-16 ກັນຍານີ້, ຄະນະບໍລິຫານງານພັກແຂວງໄຊສົມ ບູນໄດ້ເປີດ ກອງປະຊຸມປະກອບຄຳເຫັນ ໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ແລະ ທາບທາມບຸກຄະລາກອນຮອບທີ II; ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ ເປັນປະທານໂດຍ ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ, ເຂົ້າຮ່ວມມີຮອງເລຂາພັກ ແຂວງ, ກຳມະການປະຈຳພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຄະນະ ຈັດຕັ້ງຈາກສູນກາງ, ເລຂາພັກເມືອງ, ຮອງເລຂາພັກເມືອງ ແລະ ພະນັກງານຂັ້ນນຳພາ-ບັນ ຊາຂອງແຕ່ລະພາກສ່ວນ.

ໃນກອງປະຊຸມ, ສະຫາຍ ແດງ ປະທຸມທອງ ກຳມະການພັກແຂວງ ຮອງເຈົ້າແຂວງໆໄຊສົມບູນ ຂຶ້ນຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງຕໍ່ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ I ຂອງອົງຄະນະພັກແຂວງ ເຊິ່ງໄດ້ຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກໃນໄລຍະ 5 ປີຜ່ານມາ (2016-2020), ຄະນະບໍລິຫານງານພັກແຂວງ ໄດ້ເອົາໃຈໃສ່ນຳພາຢ່າງຕັ້ງໜ້າຕໍ່ກັບວຽກງາກງານສຶກສາອົບຮົມການເມືອງ-ແນວຄິດ; ວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ແລະ ວຽກງານອື່ນໆ ກໍໄດ້ມີການພັດທະນາຢ່າງຮອບດ້ານ ແລະ ມີບາດລ້ຽວຫັນປ່ຽນຢ່າງຕັ້ງໜ້າ, ບັນດາທິດທາງ, ແຜນການຫຼາຍດ້ານ ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

ນອກນັ້ນ, ກອງປະຊຸມຍັງໄດ້ຮັບ ຟັງການລາຍງານຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ຄັ້ງທີ II (2021-2025); ຮັບຟັງການລາຍງານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ເພື່ອໃຫ້ຜູ້ແທນກອງປະຊຸມໄດ້ມີການສຸມສະຕິປັນຍາ ເຂົ້າໃນການປະກອບຄຳຄິດເຫັນໃສ່ຮ່າງ ບົດລາຍງານການເມືອງ, ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ຄັ້ງທີ II ແລະ ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານພັກແຂວງ ເພື່ອເຮັດໃຫ້ເນື້ອໃນດັ່ງກ່າວມີຄວາມສົມບູນຄົບຖ້ວນ ແລະ ຖືກຕ້ອງຕາມຄວາມເປັນຈິງ; ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມກໍໄດ້ປ່ອນບັດທາບທາມບຸກຄະລາກອນທີ່ຈະລົງສະໝັກເຂົ້າເປັນຄະນະບໍລິຫານງານພັກແຂວງ ຊຸດໃໝ່ ຮອບທີ II.

ໃນຕອນທ້າຍກອງປະຊຸມ, ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ພ້ອມທັງເນັ້ນໜັກໃຫ້ກຳມະການພັກແຂວງ, ຄະນະປະຈໍາພັກແຂວງ ເອົາໃຈໃສ່ບຸກທະລຸຮອບດ້ານບັນດາແຜນການ, ຄາດໝາຍສູ້ຊົນ ເພື່ອສ້າງການຫັນປ່ຽນໃໝ່ ສູ້ຊົນໃຫ້ແຂວງໄຊສົມບູນໃນ 5 ປີຕໍ່ໜ້າຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ; ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມ 21 ວຽກງານ, 6 ເປົ້າໝາຍຂອງແຂວງໄດ້ວາງອອກ, ຮັບປະກັນເຮັດໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຫັນປ່ຽນຢ່າງຕັ້ງໜ້າ.