ເປີດບັ້ນກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ
ເປີດບັ້ນກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ

ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເປີດບັ້ນກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນອາທິດຜ່ານມາ, ເປັນປະທານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ເຂົ້າຮ່ວມມີ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ການນໍາແຕ່ລະຂັ້ນພາຍໃນແຂວງ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວນີ້, ໄດ້ຮັບຟັງ ການສະເໜີລາຍງານຄວາມຄືບໜ້າໃນການປັບປຸງແກ້ໄຂມາດຕະການຈາກຜົນການກວດສອບປະຈຳປີ 2017-2018 ແລະ ແຜນເຄື່ອນໄຫວກວດສອບການ ຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈຳປີ 2019; ພ້ອມດຽວກັນ ນັ້ນ, ໄດ້ປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບການປັບປຸງແກ້ໄຂຂໍ້ຄົງຄ້າງຈາກຜົນການກວດສອບໃນປີຜ່ານມາ ທີ່ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ເປັນຕົ້ນແມ່ນການດຳເນີນການເຄື່ອນໄຫວ ກວດສອບລະບົບການຄວບຄຸມພາຍ ໃນ, ການກວດສອບການນຳໃຊ້ ແລະ
ຄຸ້ມຄອງງົບປະມານແຫ່ງລັດ ໂດຍເຍືອງໃສ່ກົດໝາຍ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ບັນດານິຕິກຳໃຕ້ກົດ ໝາຍບົນພື້ນຖານ 6 ຫຼັກການ, 3 ຂັ້ນຕອນ ຂອງມາດຕະຖານການກວດສອບແຫ່ງລັດທີ່ໄດ້ກໍານົດໄວ້.

ກອງປະຊຸມໄດ້ເປັນເອກະພາບ ແລະ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ຄຸນປະໂຫຍດຂອງວຽກງານກວດສອບ ຜ່ານການກວດສອບໃນໄລຍະຜ່ານມາໄດ້ຢັ້ງຢືນໃຫ້ເຫັນວ່າປະກົດການຫຍໍ້ທໍ້ຕ່າງໆ, ການຮົ່ວໄຫຼງົບປະມານແຫ່ງລັດ ໄດ້ຮັບການແກ້ໄຂດີຂຶ້ນ; ແມ່ນມີທ່າອ່ຽງຫຼຸດລົງ ການນຳໃຊ້ງົບປະມານຢ່າງເປັນປົກກະຕິ, ເຫັນໄດ້ຈາກການຄຸ້ມຄອງການເງິນ ແລະ ງົບປະມານແຫ່ງລັດມີປະສິດທິພາບ, ປະສິດທິຜົນ, ມີຄວາມປະຢັດ, ໂປ່ງໃສ, ການປະຕິບັດວິໄນແຜນການ-ການເງິນມີຄວາມເຂັ້ມງວດ, ເຮັດໃຫ້ການນຳໃຊ້ແຫຼ່ງທຶນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງມີການຂະຫຍາຍຕົວຕາມທິດຍືນຍົງ.