ໃນເດືອນສິງຫາ 2020, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ນຳພາສະມາຊິກພັກ, ພະນັກງານ-ນັກຮົບ ໃນທຸກຂົງເຂດວຽກງານປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ໄດ້ຂຶ້ນແຜນຜະລິດປ້າຍລົດໃນທົ່ວປະເທດໄດ້ທັງໝົດ 13.373 ຄັນ.

ເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນໃຫ້ຮູ້ວ່າ: ໃນເດືອນສິງຫາຜ່ານມາ, ວຽກງານຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໄດ້ຂຶ້ນແຜນຜະລິດປ້າຍລົດໃນທົ່ວປະເທດໄດ້ທັງໝົດ 13.373 ຄັນ. ໃນນັ້ນ, ລົດສອງລໍ້ 5.079 ຄັນ, ລົດສາມລໍ້ 1 ຄັນ, ສີ່ລໍ້ 1.760 ຄັນ, ຫົກລໍ້ 6.533 ຄັນ, ປ້າຍຂ້າມ 620 ຄັນ(ສະເພາະນະຄອນຫຼວງວຽງຈັນ 228 ຄັນ ), ປ້າຍທົດແທນ 5 ຄັນ, ປ້າຍເປ່ເພ 111 ຄັນ, ປ້າຍຕົກເຮ່ຍ 175 ຄັນ(ນະ ຄອນຫຼວງວຽງ ຈັນ 126 ຄັນ), ປ້າຍເພີ່ມ 12.462 ຄັນ(ຕ່າງແຂວງ), ຮັບແຈ້ງຖືກຄົນຮ້າຍລັກປ້າຍທັງໝົດ 22 ຄັນ(ສະເພາະນະ ຄອນຫຼວງວຽງຈັນ), ສອບເສັງໃບຂັບຂີ່ໄດ້ ທັງໝົດ 25 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1,914 ຄົນ ຍິງ 530 ຄົນ, ສອບເສັງໄດ້ 1,225 ຄົນ ຍິງ 283 ຄົນ.

ດັ່ງນັ້ນ, ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມຮັບປະກັນທາງດ້ານວຽກງານວິຊາສະເພາະໃນຕໍ່ໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ຈະເອົາໃຈໃສ່ສຶກສາອົບຮົມດ້ານແນວຄິດ-ການເມືອງໃຫ້ພະນັກງານ-ນັກຮົບ ໃຫ້ເຊື່ອມຊຶມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດປະຕິບັດມະຕິ, ຄຳສັ່ງ, ລະບຽບວິໄນຂອງກຳລັງ ປກສ ວາງອອກ, ເພີ່ມທະວີການຕິດຕາມຄຸ້ມຄອງກວດກາພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ ວ່ອງໄວແກ້ໄຂປະກົດການຫຍໍ້ທໍ້ພາຍໃນກົມກອງ; ສຳລັບວຽກ ງານວິຊາສະເພາະແມ່ນຈະເພີ່ມທະວີຄຸ້ມຄອງ ຕິດປ້າຍ, ລົດບໍ່ມີປ້າຍ, ການນຳໃຊ້ລົດ ປກສ, ປ້າຍເຄື່ອນໄຫວຕາມຫຼັກການວິຊາສະເພາະ, ເພີ່ມທະວີການຊຸກຍູ້ແນະນຳທ້ອງຖິ່ນເຮັດໜ້າທີ່ໂຄສະນາທົ່ວປວງຊົນກຽ່ວກັບວຽກງານປ້ອງກັນ, ສະກັດກັ້ນການລະເມີດກົດລະບຽບຈະລາຈອນ ໃຫ້ມີສ່ວນຮ່ວມຢ່າງກວ້າງຂວາງ.