ປກສ ແຂວງວຽງຈັນ ປະຊຸມຊຸກຍູ້ວຽກງານລາຍຮັບວິຊາການ ຜ່ານປະຕູດຽວ

0
1209

ໃນອາທິດ ຜ່ານມາ, ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານລາຍຮັບວິຊາການ ທົ່ວກຳລັງ ປກສ ແຂວງ , ເປັນປະທານໂດຍ ພົຈວ ປອ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າ-ຮອງກອງບັນຊາການ ປກສ ເມືອງທົ່ວແຂວງ ແລະ ພະນັກງານ-ນັກຮົບທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ແຫວນເພັດ ໂພມະຫາລາດ ກ່າວໃນກອງປະຊຸມ ວ່າ: ການຄຸ້ມຄອງ, ຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍ ສຳລັບເງິນວິຊາການ ຜ່ານປະຕູດຽວ ຂອງກຳລັງປ້ອງກັນຄວາມຫງົບ ແຂວງວຽງຈັນ ໄລຍະ5 ປີ (2016-2020) ແມ່ນປະຕິບັດຕາມຄຳສັ່ງຂອງລັດຖະມົນຕີ ກະຊວງປ້ອງ ກັນຄວາມສະຫງົບ ສະບັບເລກທີ 418/ປກສ, ລົງວັນທີ 6 ພຶດສະພາ 2020 ວ່າດ້ວຍການຄຸ້ມຄອງ ແລະ ການຈັດເກັບລາຍຮັບ ຜ່ານປະຕູດຽວ ຂອງກຳລັງປ້ອງກັນຄວາມສະຫງົບ, ການຄຸ້ມຄອງລາຍຮັບຄັງລວມສູນ ຜ່ານປະຕູດຽວຂອງບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບຂັ້ນເມືອງ ໄລຍະຜ່ານມາ ກໍຄື ປັດຈຸບັນ ແມ່ນມີຄວາມຈຳ ເປັນທີ່ສຳຄັນ ເພື່ອສຸມໃສ່ການຄຸ້ມຄອງລາຍຮັບ-ລາຍຈ່າຍວິຊາການ ແລະ ລາຍຮັບອື່ນໆ ແນໃສ່ສະສົມທຶນ ເພື່ອຮັບໃຊ້ເຂົ້າໃນການປັບປຸງພື້ນຖານໂຄ່ງລ່າງ, ຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດໃຫ້ນັບມື້ດີຂຶ້ນ.

ໃນກອງປະຊຸມ, ຍັງໄດ້ພັດປ່ຽນກັນຂຶ້ນປະກອບຄໍາເຫັນ ເພື່ອພ້ອມກັນ ຈັດຕັ້ງປະຕິບັດຕາມທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກ ງານການຈັດເກັບລາຍຮັບ ຄຸ້ມຄອງລາຍຈ່າຍ ມີຄວາມເປັນເອກະພາບກັນ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ແນໃສ່ໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບຫຼັກການ ແລະ ເຂັ້ມງວດ, ຄະນະຮັບຜິດຊອບການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການ ຜ່ານປະຕູດຽວ ແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ໃນການຊີ້ນຳ, ຊຸກຍູ້,​ຕິດຕາມການຈັດຕັ້ງວຽກງານການຈັດເກັບລາຍຮັບ ຂອງແຕ່ລະກົມກອງ ຢ່າງເປັນປົກະຕິ ແລະ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.