ກະບະຮຸນໄດ ຂັບດ້ວຍຄວາມໄວສູງ
ກະບະຮຸນໄດ ຂັບດ້ວຍຄວາມໄວສູງ

ເວລາປະມານ 14:00 ໂມງ ຂອງວັນທີ 25 ສິງຫາ 2020, ເກີດອຸບັດຕິເຫດລົດ ກະບະຮຸນໄດ 2 ຄັນ ຕໍາກັນຢູ່ກາງໂຄ້ງ ເສັ້ນທາງ 17 A ເຂດບ້ານສົບອີ ເມືອງສິງ ແຂວງຫຼວງນຳ້ທາ; ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານໄດ້ຮັບບາດເຈັບເລັກໜ້ອຍ 5 ຄົນ ແລະ ບາດເຈັບສາຫັດ 1 ຄົນ, ມູນຄ່າເສຍຫາຍປະມານ 70.000.000 ກີບ.

ພັຕ ສີວັນໄຊ ຈັນທະພີໄຊ ຫົວໜ້າກອງຕໍາຫຼວດຈະລາຈອນ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ຜ່ານການລົງເກັບກຳຂໍ້ມູນຫຼັກຖານຢູ່ສະຖານທີ່ເກີດເຫດ ພົບວ່າ: ມີລົດກະບະຮຸນໄດ 2 ຄັນ ຕຳເຊິ່ງໜ້າກັນ, ໂດຍລົດກະບະສີຟ້າ ປ້າຍທະບຽນ ກກ 5918 ຫຼວງນໍ້າທາ ຂັບຂີ່ໂດຍ ທ້າວ ທອງແກ້ວ ອາຍຸ 29 ປີ ຢູ່ບ້ານໜອງບົວ ເມືອງສິງ ໄດ້ຮັຫບບາດເຈັບຂາຊ້າຍ ຫັກ 3 ທ່ອນ ແລະ ກະດູກຫົວເຂົ່າແຕກ, ສ່ວນຜູ້ຂັບຂີ່ລົດກະບະຮຸນໄດສີຂາວ ແລະ ຜູ້ໂດຍສານອີກ 3 ແມ່ນໄດ້ຮັບບາດເຈັບເລັກໜ້ອຍ.

ສ່ວນສາເຫດຂອງການເກີດອຸບັດຕິເຫດໃນຄັ້ງນີ້, ເຈົ້າໜ້າທີ່ສັນນິຖານໃນເບື້ອງຕົ້ນແມ່ນເກີດຈາກຜູ້ຂັບຂີ່ລົດທັງສອງຄັນບໍ່ຜ່ອນຄວາມໄວໃນເວລາເຂົ້າທາງໂຄ້ງ ຈຶ່ງເຮັດໃຫ້ເກີດເສຍຫຼັກແລ້ວຕໍາກັນແບບໜ້າເຊິ່ງໜ້າ.

ກະບະຮຸນໄດ ຂັບດ້ວຍຄວາມໄວສູງ
ກະບະຮຸນໄດ ຂັບດ້ວຍຄວາມໄວສູງ