ກອງປະຊຸມຄະນະບໍລິຫານພັກກະຊວງ ປກສ ຄັ້ງທີ 1 ສະໄໝທີ V

0
734

ກອງປະຊຸມຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ປກສ ຄັ້ງທີ 1 ສະໄໝ V ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ 2020, ເປັນປະ ທານໂດຍ ພົທ ວິໄລ ຫຼ້າຄຳຟອງ ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກລັດຖະມົນຕີກະຊວງ ປກສ, ມີບັນດາຄະນະປະຈໍາພັກ, ຄະ ນະພັກກະຊວງ, ພ້ອມດ້ວຍ ຮອງລັດຖະມົນຕີ ແລະ ຄະນະກົມ, ຄະນະກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ສຸດມີຄວາມໝາຍສຳຄັນ ເພາະເປັນການປະຕິບັດລະບອບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກ ກະຊວງ ທັງເປັນຄວາມຮຽກຮ້ອງຕ້ອງການພາວະວິໄສໃນການກວດກາ ແລະ ສະຫຼຸບຕີລາຄາຄືນການເຄື່ອນໄຫວຊີ້ນຳ-ນຳ ພາ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ການກຳນົດທິດທາງແຜນການ ກໍຄື ວຽກງານຈຸດສຸມໃນຕໍ່ໜ້າ, ເຊິ່ງເນື້ອໃນຕົ້ນຕໍຂອງກອງປະຊຸມຈະໄດ້ສຸມໃສ່ບາງບັນຫາ ເປັນຕົ້ນ ຜ່ານມະຕິຮັບຮອງຜົນຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ Vແລະ ແຜນການລົງເຜີຍແຜ່, ຜ່ານ (ຮ່າງ) ຂໍ້ກຳນົດວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່ຂອງຄະນະບໍລິຫານງານພັກກະຊວງສະໄໝທີ V, ຜ່ານ ແຜນການຮັບສ່ອງແສງວຽກງານພັກ-ວຽກງານການເມືອງຂອງຄະນະປະຈຳພັກກະຊວງ, ຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະລັດຖະມົນຕີ ແລະ ຮັບຮອງເອົາມະຕິກອງປະຊຸມ.

ໃນໂອກາດນີ້, ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳເຫັນຢ່າງຕັ້ງໜ້າ, ຕີລາຄາໃຫ້ຖືກຕ້ອງ ຊັດເຈນ ແລະ ເຫັນໄດ້ບັນຫາຈຸດອ່ອນ, ຂໍ້ຄົງຄ້າງທີ່ເກີດຂຶ້ນ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ພ້ອມກັນຕັດສິນໃຈແກ້ບັນຫາຢ່າງຈິງຈັງ, ພາຍຫຼັງດໍາເນີນກອງປະຊຸມຄັ້ງນີ້ ຕ້ອງເຮັດໃຫ້ທຸກຂົງເຂດວຽກງານພາຍໃນກຳລັງປ້ອງກັນຄວາມສະຫງົບ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.