ໃນປີ 2017, ກໍາລັງຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງສູນກາງ ແລະ ທ້ອງຖິ່ນ ສາມາດສະກັດກັ້ນ ແລະ ປາບປາມພວກລັກລອບຄ້າຂາຍຢາເສບຕິດໃນຂອບເຂດທົ່ວເທດ ໄດ້ທັງໝົດ 2.770 ເລື່ອງ, ຈັບຜູ້ຖືກຫາໄດ້ 4.241 ຄົນ ຍິງ 526 ຄົນ, ຢຶດກັນຊາໄດ້ 4 ກວ່າໂຕນ ແລະ ຢາບ້າ 1.000 ກວ່າກິໂລກຼາມ, ຖ້າທຽບໃສ່ປີຜ່ານມາ ມ້າງໄດ້ເພີ່ມຂຶ້ນ 262 ເລື່ອງ.

ພັທ ອິນປົງ ຈັນທະວົງສາ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດປະຈຳປີ 2017 ວ່າ: ໃນ 1 ປີຜ່ານມາ ໃນທົ່ວປະເທດສາມາດມ້າງຄະດີ ໄດ້ທັງໝົດ 2.770 ເລື່ອງ, ຈັບຜູ້ຖືກຫາໄດ້ 4.241 ຄົນ ຍິງ 526 ຄົນ, ຄົນຕ່າງປະເທດ 100 ຄົນ ຍິງ 18 ຄົນ, ຖ້າສົມທຽບໃສ່ປີຜ່ານມາ ເຫັນວ່າເພີ່ມຂຶ້ນ 262 ເລື່ອງ, ເທົ່າກັບ 10,04%; ຢຶດຂອງກາງຢາເສບຕິດປະເພດຕ່າງໆ ຄື: ກັນຊາ 4.847,5 ກິໂລກຼາມ, ຢາບ້າ 1.203,01 ກິໂລກຼາມ, ເຮໂຣອິນ 162,3 ກິໂລກຼາມ, ຢາໄອສ໌ 60,04 ກິໂລກຼາມ, ຝິ່ນ 273,12 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ແກ່ນຝິ່ນ 212,7 ກິໂລກຼາມ, ແປ້ງຝຸ່ນເພື່ອປະສົມຢາເສບຕິດ 188,13 ກິໂລກຼາມ; ນອກນັ້ນ, ຍັງຢຶດພາຫະນະ, ອາວຸດ, ເງິນ ແລະ ອຸປະກອນປະເພດຕ່າງໆຄື: ລົດໃຫຍ່ 142 ຄັນ, ລົດຈັກ 455 ຄັນ, ເຮືອ 2 ລໍາ, ປືນ 126 ກະບອກ, ລູກປືນ 1.840 ລູກ, ໝາກແຕກ 7 ໜ່ວຍ, ທາດລະເບີດ 1,5 ກິໂລກຼາມ, ແກັບໝາກຝ່າ 1 ດອກ, ດິນລະເບີດຈຳນວນ 1 ຖົງນ້ອຍ, ທ່ອນເຫຼັກບັນຈຸທາດລະເບີດ 1 ທ່ອນ, ນໍ້າຢາເຄມີ 6 ແກັດ, ເງິນກີບ 831.128.000 ກີບ, ເງິນໂດລາ 122.994 ໂດລາ, ເງິນບາດ 35.028.860 ບາດ, ເງິນຢວນ 276.938 ຢວນ, ເງິນດົ່ງ 1.155.500 ດົ້ງ, ເງິນຮາງ 77 ຮາງ, ເງິນໝັນໃຫຍ່ 180 ໝັນ, ເງິນໝັນນ້ອຍ 6 ໝັນ ແລະ ເງິນຫຼຽນຈີນ 1 ຫຼຽນ, ອາຍັດດິນ ແລະ ເຮືອນຈຳນວນ 63 ແຫ່ງ.

ໃນນັ້ນ, ສະເພາະກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດສາມາດມ້າງຄະດີ ໄດ້ທັງໝົດ 13 ເລື່ອງ, ຈັບຜູ້ຖືກຫາ 48 ຄົນ ຍິງ 7ຄົນ, ຄົນຕ່າງປະເທດ 7 ຄົນ ຍິງ 2 ຄົນ, ຢຶດຂອງກາງປະເພດຢາເສບຕິດຄື: ເຮໂຣອິນ 93,8 ກິໂລກຼາມ, ກັນຊາ 1.218 ກິໂລກຼາມ, ຢາບ້າ 156,04 ກິໂລກຼາມ, ຢາໄອສ໌ 6 ກິໂລກຼາມ, ຄາເຟອິນ 1.875 ກິໂລກຼາມ, ເຮືອ 2 ລໍາ, ປືນສັ້ນ 2 ກະບອກ, ລົດ ໃຫຍ່ 14 ຄັນ ແລະ ລູກປືນ 6 ລູກ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກຸມພາ 2018 ພາຍໃຕ້ຂອງການເປັນປະທານຂອງ ພັອ ຄຳແພງ ໄຊຍະລາດ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍການເຂົ້າຮ່ວມຂອງ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ, ມີບັນດາຄະນະກົມ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.