ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ນີ້ວ່າ: ບັນດາຫົວໜ່ວຍທຸລະກິດ ແລະ ອົງການຕ່າງໆຫຼາຍກວ່າ 260.000 ແຫ່ງໃນທົ່ວປະເທດຈີນ ທີ່ປ່ອຍມົນລະພິດສູ່ອາກາດເກີນມາດຕະຖານ ຈະຕ້ອງເລີ່ມຈ່າຍພາສີສິ່ງແວດລ້ອມໃຫ້ລັດຖະບານ ເລີ່ມແຕ່ເດືອນເມສາເປັນຕົ້ນໄປ.

ກົດໝາຍໝາຍພາສີຄຸ້ມຄອງສິ່ງແວດລ້ອມຂອງຈີນ ຈະເລີ່ມມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມີນາ ເປັນຕົ້ນໄປ ໄດ້ກຳນົດຜູ້ເສຍພາສີຍື່ນເອກະສານເສຍພາສີທຸກ 3 ເດືອນ ໂດຍໄລຍະທຳອິດຈະເລີ່ມຕັ້ງແຕ່ວັນທີ 1 ເມສາ ທີ່ຈະມາຮອດນີ້. ກົດໝາຍສະບັບໃໝ່ມີເປົ້າໝາຍຕໍ່ຫົວໜ່ວຍທຸລະກິດ ແລະ ສະຖາບັນຕ່າງໆຂອງລັດ ທີ່ປ່ອຍມົນລະພິດເຂົ້າສູ່ສິ່ງແວດລ້ອມ ແລະ ກຳນົດວ່າບໍລິສັດຈະຕ້ອງຈ່າຍພາສີ ສຳລັບການສ້າງມົນລະພິດໃນອາກາດ ແລະ ນ້ຳ ລວມທັງເສດຂີ້ເຫຍື້ອນຳອີກ.

ພາສີສິ່ງແວດລ້ອມເປັນກໍລະນີຫຼ້າສຸດທີ່ລັດຖະບານຈີນ ໄດ້ອອກມາດຕະການນຳໃຊ້ ເພື່ອພະຍາຍາມສ້າງຄວາມສະອາດສິ່ງແວດລ້ອມພາຍໃນປະເທດທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງມາເປັນເວລາດົນນານຈາກການຂະຫຍາຍຕົວ ແລະ ພັດທະນາເສດຖະກິດໃນປະເທດ.