ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ນີ້ວ່າ: ອິນເດຍ ຍັງຖືເປັນປະເທດເສດຖະກິດຫຼັກທີ່ມີອັດຕາການຂະຫຍາຍຕົວຂອງເສດຖະກິດທີ່ວ່ອງໄວທີ່ສຸດໃນໂລກ ໃນໄລຍະເດືອນຕຸລາ ຫາ ເດືອນທັນວາ 2017 ທີ່ຜ່ານມາ, ເຊິ່ງນຳໜ້າອັດຕາການຂະຫຍາຍຕົວເພີ່ມຂຶ້ນຫຼາຍກວ່າຂອງຈີນ ຫຼັງຈາກໄລ່ຕາມຫຼັງຈີນ 1 ປີ.

ອິນເດຍ ເປັນປະເທດເສດຖະກິດຂະໜາດໃຫຍ່ສຸດເປັນອັນດັບ 3 ຂອງອາຊີ, ເສດຖະກິດຂະຫຍາຍຕົວ 7,2% ໃນໄລຍະໄຕມາດທີ 4 ຂອງປີ 2017, ເຊິ່ງຂະຫຍາຍຕົວຫຼາຍກວ່າ ຈີນ ທີ່ມີອັດຕາຂະຫຍາຍຕົວ 6,8% ໃນໄລຍະເວລາດຽວກັນ.

ຄັ້ງສຸດທ້າຍທີ່ເສດຖະກິດ ອິນເດຍ ຂະຫຍາຍຕົວຢ່າງວ່ອງໄວກວ່າ ຈີນ ຄື: ໃນໄລຍະ 3 ເດືອນສຸດທ້າຍຂອງປີ 2016. ນອກນັ້ນ, ອິນເດຍ ຍັງໄດ້ປັບອັດຕາການຂະຫຍາຍຕົວຂອງຍອດຜະລິດຕະພັນພາຍໃນ (GDP) ໃນສົກປີ 2017-2018 ຈາກ 6,5% ເປັນ 6,6% ແລະ ປັບອັດຕາການຂະຫຍາຍຕົວໃນເດືອນກໍລະກົດ ຫາ ເດືອນກັນຍາ ຈາກ 6,3% ເປັນ 6,9%.

ສະພາບເສດຖະກິດທີ່ດີຂຶ້ນຂອງອິນເດຍ ເກີດຈາກອຸດສາຫະກຳການຜະລິດ ແລະ ການບໍລິການ ທີ່ສາມາດເອົາຊະນະອຸປະສັກຈາກການເລີ່ມເກັບພາສີການຂາຍແຫ່ງຊາດ. ຂໍ້ມູນ GDP ທີ່ສະແດງໃຫ້ເຫັນນັ້ນຈະຊ່ວຍສະໜັບສະໜູນ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍ ທີ່ກຳລັງປະເຊີນກັບສຽງວິຈານຈາກບັນຫາໜີ້ສິນສູງຂຶ້ນໃນທະນາຄານຂອງລັດ ແລະ ບັນຫາດ້ານການເງິນໃນທະນາຄານແຫ່ງຊາດ ສາຂາລັດປັນຈາບ ນຳອີກ.