ສະຫຼອງວັນສ້າງຕັ້ງ ວິທະຍາຄານຕໍາຫຼວດປະຊາຊົນ ຄົບຮອບ 9 ປີ

0
1339

ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດພິທີສະຫຼອງວັນສ້າງຕັ້ງວິທະຍາຄານຕໍາຫຼວດປະຊາຊົນ ຄົບຮອບ 9 ປີ ( 4 ຕຸ ລາ 2011-4 ຕຸລາ 2020 ) ໃນວັນທີ 6 ຕຸລາ ຜ່ານມາ, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວຕປ, ມີຄະນະພັກ-ຄະນະອໍານວຍການ, ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພົຈວ ປອ ວົງເຊໂດນ ພັນທະແກ້ວ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ກ່ຽວກັບວັນສ້າງຕັ້ງວິທະຍາຄານຕໍາຫຼວດປະຊາຊົນ ວ່າ: ນັບແຕ່ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ແຍກຕົວອອກຈາກວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ກໍຄື ວິທະຍາຄານສັນຕິບານປະຊາຊົນໃນປັດຈຸບັນ. ວຕປ ໄດ້ເຄື່ອນໄຫວຢ່າງເຕັມຮູບແບບຂອງສະຖາບັນການສຶກສາຊັ້ນສູງແຫ່ງໜຶ່ງ, ໄດ້ເສີມຂະຫຍາຍຜົນສໍາເລັດທີ່ຍາດມາໄດ້ຜ່ານສອງສະໄໝ ຢູ່ຮ່ວມກັບຂະແໜງສັນຕິບານ,ໄດ້ເລັ່ງລັດພັດທະນາພື້ນຖານໂຄງລ່າງໃຫ້ສົມຄູ່ ແລະ ສາມາດຮອງຮັບກັບໜ້າທີ່ການເມືອງ ລວມທັງຫ້ອງຮຽນ, ຫໍພັກ, ຫ້ອງອາຫານ, ມີຕຶກອາຄານ 4 ຊັ້ນ ພ້ອມທັງໄດ້ກ້າວເຂົ້າສູ່ການກໍ່ສ້າງ, ປັບປຸງຍົກລະດັບນິຕິກໍາ, ອອກແບບໂລໂກ້ເຄື່ອງໝາຍທີ່ເປັນສັນຍາລັກຂອງ ວຕປ, ສຸມໃສ່ປັບປຸງຍົກລະດັບຕໍາລາສິດ ສອນຂອງແຕ່ລະຄະນະວິຊາ ແລະ ຈັດຕັ້ງຮູບແບບ, ວິທີການສອນ, ຄົ້ນຄວ້າ, ຮໍ່າຮຽນຢ່າງມີສີສັນເປັນເອກະລັກຂອງຕົນເອງ, ອິ່ນອ້ອມຄໍາຂວັນ ທີ່ວ່າ: ມີຄວາມຮູ້, ມີວິໄນ ແມ່ນສິ່ງທີ່ຕ້ອງເປັນໄປຂອງນາຍຕໍາຫຼວດປະຊາຊົນຍຸກໃໝ່; ຜົນສໍາເລັດຂອງການຈັດຕັ້ງບໍາລຸງ-ກໍ່ສ້າງກໍາລັງ ປກສ ໄລຍະ 9 ປີຜ່ານມາ,ໄດ້ທັງໝົດ 5 ລະບົບ ຄື: ສໍາເລັດໂຄງການປະລິຍາຕີກໍ່ສ້າງ 8 ຮຸ່ນ, ມີນັກສຶກສາຈໍານວນ 1070 ສະຫາຍ ຍິງ 131 ສະຫາຍ, ສໍາເລັດໂຄງການປະລິນຍາຕໍ່ເນື່ອງ 7 ຮຸ່ນ, ມີນັກສຶກສາຈໍານວນ 447 ສະຫາຍ ຍິງ 27 ສະຫາຍ, ສໍາເລັດໂຄງການປະລິຍາໂທ 6 ຮຸ່ນ, ມີນັກຄົນຄວ້າ 133 ສະຫາຍ 5 ສະຫາຍ, ສໍາເລັດໂຄງ ການປະລິຍາຕີ 1ຮຸ່ນ, ມີນັກສຶກສາຈໍານວນ 36 ສະຫາຍ ຍິງ2 ສະຫາຍ. ສັງລວມແລ້ວນັບແຕ່ປີ 2011-2020 ວິທະຍາຄານຕໍາຫຼວດປະຊາ ຊົນ ໄດ້ດໍາເນີນການກໍ່ສ້າງຍົກລະດັບໃຫ້ກໍາລັງ ປກສ ໃນລະດັບຕ່າງໆ ມີທັງໝົດ 1.458 ສະຫາຍ ຍິງ 142 ສະຫາຍ.

ໂອກາດດັ່ງກ່າວ, ວິທະຍາຄານຕໍາຫຼວດປະຊາຊົນ ຍັງໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ  ( 7 ຕຸລາ 1994-7 ຕຸລາ 2020 ) ໂດຍມີຈຸດປະສົງ ເພື່ອໃຫ້ພົນລະເມືອງລາວທຸກເຜົ່າ ໄດ້ທົບທວນຂະບວນວິ ວັດທະນາການແຫ່ງຊີວິດ ທີ່ໄດ້ຮັບການຖ່າຍທອດຄວາມຮູ້ຈາກພໍ່-ແມ່, ຄູ-ອາຈານ. ທັງນີ້ ກໍເພື່ອໃຫ້ທຸກຄົນໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານ, ວັນຄູແຫ່ງຊາດ ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູ ແລະ ເປັນວັນເສີມຂະຫຍາຍມູນເຊື້ອຂອງນາຍຄູຄໍາ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ອຸທິສະຕິປັນຍາ, ເລືອດເນື້ອ, ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາ ແຫ່ງຊາດລາວ.