ປະກາດແຕ່ງຕັ້ງບົ່ງຕົວ ຮາກຖານຊາວໜຸ່ມ-ແມ່ຍິງ ທົ່ວວິທະຍາຄານກົມມະດໍາ

0
1248

ໃນວັນທີ 6 ຕຸລາ 2020, ວິທະຍາຄານກົມມະດໍາ ໄດ້ປະກາດແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມ-ແມ່ຍິງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ພັທ ຄໍາດີ ແສນວົງສາ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບຊາວໝຸ່ມ-ແມ່ຍິງເຂົ້າຮ່ວມ.

ພັທ ວັນດີ ພອນວິໄລ ຫົວໜ້າພະແນກຊາວໜຸ່ມ ວິທະຍາຄານກົມມະດໍາ ໄດ້ຂຶ້ນຜ່ານຂໍ້ຕົກລົງແຕ່ງຕັ້ງບົ່ງຕົວຂອງ ຮາກຖານໜ່ວຍຊາວໜຸ່ມ ໂດຍອີງຕາມກົດໝາຍ-ກົດລະບຽບຂອງ ຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ VII ວ່າດ້ວຍ ລະບົບການຈັດຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອຕົກລົງແຕ່ງຕັ້ງ, ບົ່ງຕົວ ແລະ ປ່ຽນແທນໃໝ່ ໂດຍມີ ຫ້ອງພະລາ, ກອງພັນທີ 1, ກອງພັນທີ 2, ກອງພັນທີ 3, ກອງພັນທິ 5 ແລະ ກອງພັນທີ 7.

ໂອກາດດັ່ງກ່າວ, ພັທ ນາງ ນວນທອງ ຈັນທະພິມ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດໍາ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະໜ່ວຍສະຫະພັນແມ່ຍິງ ຊຸດໃໝ່ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງ ສະຫະພັນແມ່ຍິງ ວ່າດ້ວຍ ການແຕ່ງຕັ້ງໃໝ່ ເຊິ່ງມີ ຫ້ອງການເມືອງ, ກອງພັນທີ 3 ແລະ ກອງພັນທີ 4.

ໃນຕອນທ້າຍກອງປະຊຸມ, ພັທ ຄໍາດີ ແສນວົງສາ ຮອງຫົວໜ້າຫ້ອງການເມືອງ ໄດ້ໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ ໃຫ້ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເພີ່ມທະວີວຽກງານວິຊາສະເພາະເປັນຢ່າງດີ, ເອົາໃຈໃສ່ຊຸກຍູ້ຂະບວນການຂອງວຽກງານການເມືອງ ໃຫ້ກວ້າງຂວາງຂື້ນຕື່ມ ເປັນຕົ້ນແມ່ນ ແບບແຜນວິທີເຮັດວຽກເປັນໝູ່ຄະນະ ແລະ ມີຜົນສໍາເລັດ; ພ້ອມນັ້ນ, ກໍໃຫ້ຖືເອົາວຽກງານສຶກສາອົບຮົມ-ການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນ, ໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງນໍາພາປັບປຸງຊາວໝຸ່ມ-ແມ່ຍິງ ໃຫ້ເຂົ້າສູ່ລະບຽບແບບແຜນທີ່ທັນສະໄໝຂຶ້ນເປັນກ້າວໆ.

ຂ່າວ: ນາງ ຂັນທະລີ ທໍາມະວົງ, ພາບ: ໝູນທອງ ສີບຸນເຮືອງ