ໃນໄລຍະຈັດງານບຸນອອກພັນສາ ປະວໍຣະນາ ແລະ ບຸນຊວງເຮືອທ່າວັດຈັນ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 1-3 ຕຸລາ 2020, ກຳ ລັງປ້ອງກັນຄວາມສະຫງົບ ປກສ ນະຄອນຫຼວງ ສົມທົບກັບ ປກສ ເມືອງທີ່ກ່ຽວຂ້ອງໄດ້ເຮັດວຽກງານປ້ອງກັນເວນຍາມຄວາມເປັນລະບຽບຮຽບຮ້ອຍພາຍໃນງານ ແລະ ຈຸດຫຼ່ໍແຫຼມຕ່າງໆຢ່າງເຂັ້ມງວດ ເຮັດໃຫ້ມີຄວາມສະຫງົບປອດໄພ 100 %.

ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາ ປກສ ນະຄອນຫຼວງວຽງຈັນ ປກສ ນວ ໃຫ້ສໍາພາດໃນວັນທີ 3 ຕຸລາ 2020 ວ່າ: ງານບຸນອອກພັນສາປະວໍຣະນາ ແລະ ບຸນຊວງເຮືອ ທ່າວັດຈັນ ປີນີ້ ແມ່ນໄດ້ຈັດຂຶ້ນພຽງ 3 ວັນ ມີການຈັດງານແບບບໍ່ເປີດກວ້າງ ແລະ ມີຂອບ ເຂດຈຳກັດ, ການວາງສະແດງ ແລະ ຈຳໜ່າຍສິນຄ້າ ມີຈຳນວນໜ້ອຍກວ່າທຸກປີ, ແຂກເຂົາຊົມງານ ກໍມີຈຳນວນໜ້ອຍ ເພາະອີງໃສ່ສະພາບ ການລະບາດຂອງພະຍາດໂຄວິດ-19 ທີ່ຫຼາຍປະເທດກຳລັງປະເຊີນຢູ່.

ສິ່ງທີ່ເຮັດໃຫ້ງານດັ່ງກ່າວມີຄວາມສະຫງົບ-ປອດໄພ 100% ນັ້ນ, ຍ້ອນທຸກກຳລັງທີ່ປະຕິບັດໜ້າທີ່ປະຈຳຢູ່ຈຸດຕ່າງໆທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ເຂັ້ມງວດ ໂດຍສະເພາະແມ່ນກຳລັງ ປກສ-ປກຊ. ໃນນັ້ນ, ໄດ້ຈັດກຳລັງລົງປະຈຳຢູ່ 38 ຈຸດ. ໃນນີ້, ສະເພາະວົງໃນໃນເຂດງານບຸນ ແລະ ທາງເຂົ້້າອອກຕ່າງໆ ລວມທັງຜາມໄຊ ມີຈຳນວນ 19 ຈຸດ, ເຊິ່ງເລີ່ມລົງປະຕິບັດໜ້າທີ່ແຕ່ ວັນທີ 29 ກັນຍາ ຫາ 3 ຕຸລາ, ບໍ່ມີເຫດການປະກົດການຫຍໍ້ທໍ້ເກີດຂຶ້ນ ເປັນຕົ້ນແມ່ນບັນຫາການແຫກກະເປົາ, ປຸ້ນຈີ້, ຊິງຊັບ ແລະ ບັນ
ຫາອື່ນໆ, ສະຫຼຸບແລ້ວໃນປີນີ້ແມ່ນມີຄວາມສະຫງົບປອດໄພ 100%.