ພະແນກວິທະຍາສາດ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິທະຍາສາດໄລຍະ 3 ປີຜ່ານມາ ແລະ ວາງທິດທາງແຜນການ 3 ປີຕໍ່ໜ້າ, ໃນວັນທີ 22 ກຸມພາ 2018, ເຂົ້າຮ່ວມ ໂດຍ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມ ຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີພະນັກງານ-ນັກຮົບພາຍໃນພະແນກວິທະຍາສາດ ເຂົ້າຮ່ວມ.

ພັທ ອຸ່ນເຮືອນ ອຸດົມສິດ ຫົວໜ້າພະແນກວິທະຍາສາດ ໄດ້ຜ່ານບົດສະຫຼຸບ ໃຫ້ຮູ້ວ່າ: ໄລຍະປີ 2014-2017 ຄະນະບັນຊາພະແນກວິທະຍາສາດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບດ້ວຍຫຼາຍວິທີ ໂດຍນຳເອົາເອກະສານມູນເຊື້ອວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ, ມະຕິຄຳສັ່ງມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເປັນປົກກະຕິ, ຜ່ານການເຊື່ອມຊຶມເຫັນວ່າ ພະນັກງານ-ນັກຮົບເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ປະຕິບັດລະບຽບຂອງກຳລັງ ປກສ ໄດ້ເປັນຢ່າງດີ ແລະ ມີຄວາມຕື່ນຕົວຫ້າວຫັນເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເຊັ່ນ: ໄດ້ສ້າງຖານຂໍ້ມູນຮັບໃຊການຄົ້ນຄວ້າວິທະຍາສາດ ສຳເລັດໃນຂັ້ນຕົ້ນດ້ວຍການເກັບໂຮມບົດວິທະຍານິພົນຂັ້ນປະລິນຍາໂທ ແລະ ປະລິນຍາເອກຂອງກຳລັງ ປກສ ທີ່ຈົບຈາກພາຍໃນ ແລະ ຕ່າງປະເທດ ໄດ້ 577 ບົດ, ແປພາສາຕ່າງປະເທດມາເປັນພາສາລາວ 59 ບົດ, ບົດປ້ອງກັນຈົບທິດສະດີການເມືອງ-ການປົກຄອງຊັ້ນປະລິນຍາຕີ, ຊັ້ນສູງລະບົບກໍ່ສ້າງ ແລະ ລະບົບເລັ່ງລັດ 5 ເດືອນ ໄດ້ 296 ບົດ, ບົດວິທະຍານິພົນຂັ້ນປະລິນຍາຕີ ປກສ ໄດ້ 230 ບົດ ແລະ ເອກະສານ ອື່ນ 21 ບົດ ແລະ ໄດ້ຮີບໂຮມປຶ້ມເຂົ້າຫ້ອງສະໝຸດທັງພາສາລາວ ແລະ ພາຕ່າງປະເທດທັງໝົດ 4.934 ຫົວ ແລະ ທາງດ້ານອື່ນໆມີຜົນສຳເລັດ.

ໃນຊຸມປີ 2018-2020, ພະແນກວິທະຍາສາດ ຈະຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດ, ມູນເຊື້ອຂອງກໍາລັງ ປກສ ແລະ ຂອງທ່ານຜູ້ນຳພັກ-ລັດ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວ, ສາມາດຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ ແລະ ມີຄວາມສາມັກຄີເປັນປຶກແຜນແໜ້ນໜາໃນຖັນແຖວພະນັກງານ ເປັນຢ່າງດີ; ສືບຕໍ່ຄົ້ນຄວ້າແປ, ກວດແກ້, ຮຽບຮຽງເອກະສານ, ບົດວິທະຍາສາດ, ວິທະຍານິພົນປະລິນຍາໂທ ແລະ ປະລິນຍາເອກທີ່ມີຄວາມຈຳເປັນຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກຳລັງ ປກສ ໃຫ້ໄດ້ 15-20 ບົດ ແລະ ຈະສືບຕໍ່ຄົ້ນຄວ້າ, ຄັດເລືອກ ແລະ ນຳສະເໜີຫົວຂໍ້ວິທະຍາສາດຂັ້ນຕ່າງໆໃຫ້ໄດ້ 5-10 ບົດ ແລະ ອື່ນໆ ເພື່ອຮັບປະກັນໃຫ້ວຽກງານວິຊາສະເພາະມີປະສິດທິພາບ.