ໃນວັນທີ 19-20 ກຸມພາ 2018, ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະຮັບຜິດຊອບຊີ້ນຳປ້ອງກັນທາງລົດໄຟ ລາວ-ຈີນ ປະຈໍາແຂວງຫຼວງພະບາງ ພ້ອມດ້ວຍຄະນະລົງຊຸກຍູ້ຊີ້ນຳວຽກງານອ້າຍ-ນ້ອງພະນັກງານທີ່ປ້ອງກັນຢູ່ແຕ່ລະຈຸດ.

ການລົງຊຸກຍູ້ຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງຫົວໜ້າຈຸແຕ່ລະຈຸດ ກໍໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ, ແຕ່ງຕັ້ງຈຸປະຈຳການປ້ອງກັນເວນຍາມ, ນຳພາອ້າຍນ້ອງພະນັກງານອອກກວດກາລາດຕະເວນຕາມຂອບເຂດຮັບຜິດຊອບຂອງຕົນຕະຫຼອດ 24 ຊົ່ວໂມງ ແລະ ປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງຕ່າງໆ ໄດ້ມີການປະສານງານກັບຄະນະຮັບຜິດຊອບຂອງແຂວງເປັນປະຈຳ ແລະ ລາຍງານສະພາບການເປັນປະຈຳ ແຕ່ຍັງມີພະນັກງານ ບາງສະຫາຍຍັງຂາດສະຕິຕໍ່ການປະຕິບັດໜ້າທີ່ວຽກງານ, ສະແດງອອກພະນັກງານບາງສະຫາຍຍັງຊັກຊ້າຕໍ່ການປະຕິບັດໜ້າທີ່ວຽກງານເຮັດໃຫ້ວຽກງານຍັງບໍ່ໄດ້ສຳເລັດຕາມຄາດໝາຍ, ເຖິງຢ່າງໃດກໍຕາມອ້າຍນ້ອງແຕ່ລະຈຸດແມ່ນໄດ້ມີຄວາມສາມັກຄີນໍ້າໃຈໜຶ່ງອັນດຽວ ພ້ອມກັນສ້າງສາພັດທະນາຊີວິດການເປັນຢູ່ພາຍໃນແຄ້ມພັກ ແລະ ເພີ່ມພູນຜະລິດຜົນປູກຝັງ, ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງອ້າຍນ້ອງໃຫ້ດີຂຶ້ນ.

ໂອກາດນີ້ ຫົວໜ້າກົມ 509 ໄດ້ຊົມເຊີຍອ້າຍນ້ອງພະນັກງານທຸກສະຫາຍ ທີ່ໄດ້ປະຕິບັດໜ້າທີ່ວຽກງານວິຊາສະເພາະປ້ອງກັນທາງລົດໄຟ ລາວ-ຈີນ ໃຫ້ມີຄວາມສະຫງົບປອດໄພ ແລະ ເນັ້ນໃຫ້ເອົາໃຈໃສ່ລົງກວດກາຄຸ້ມຄອງກຳມະກອນ, ຄົນເຂົ້າ-ອອກ, ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ປັບປຸງວຽກງານການເມືອງແນວຄິດອ້າຍນ້ອງພະນັກງານ, ກຳມະກອນ, ປະຊາຊົນບັນດາເຜົ່າ, ພ້ອມກັນປັບປຸງຊີວິດການເປັນຢູ່ຂອງພະນັກງານກຸ້ມຕົນເອງ-ເພິ່ງຕົນເອງ ແລະ ພັດທະນາຕົນໃຫ້ເປັນພະນັກງານສືບທອດໃນຕໍ່ໜ້າ. ນອກນີ້, ຍັງໄດ້ມອບເຄື່ອງບໍລິໂພກຈໍານວນໜຶ່ງ.