ຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ກະຊວງ ປກສ ໄດ້ວາງຄາດໝາຍສູ້ຊົນໃນການຫັນເອົາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເຊື່ອມເຂົ້າໃນວຽກງານກໍ່ສ້າງ-ຈັດຕັ້ງພະນັກງານ ເພື່ອຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ພະນັກງານເພດຍິງ ໄດ້ຮັບການບັນຈຸເຂົ້າໃນຕຳແໜ່ງຂັ້ນນຳພາ-ບັນຊາຕັດສິນບັນຫາຂັ້ນຕ່າງໆໃຫ້ມີຈຳນວນເພີ່ມຂຶ້ນ.

ໃນກອງປະຊຸມວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງ ປກສ ທົ່ວປະເທດ ປີ 2017 ແລະ ທິດທາງແຜນການປີ 2018 ຄັ້ງວັນທີ 22 ກຸມພານີ້, ພາຍໃຕ້ການເປັນປະທານໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ທັງເປັນປະທານຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ກະຊວງ ປກສ, ມີບັນດາທ່ານໃນຄະນະກຳມະການ, ຄະນະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນກຳລັງ ປກສ ນັບທັງສູນກາງ ແລະ ທ້ອງຖິ່ນ; ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ຮອງປະທານຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງກະຊວງ ປກສ ໄດ້ຍົກໃຫ້ເຫັນວ່າ.

ປີນີ້, ຄະນະກຳມະການ ເພື່ອຄວາມກ້າວໜ້າຂອງແມ່ຍິງກະຊວງ ປກສ ໄດ້ວາງຄາດໝາຍສູ້ຊົນຫັນເອົາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເພື່ອຄວາມສະເໝີພາບຍິງ-ຊາຍໃນກຳລັງ ປກສ ໂດຍຈະມີການຊຸກຍູ້ໃຫ້ຄະນະພັກ-ຄະນະບັນຊາຂັ້ນຕ່າງໆໃນກຳລັງ ປກສ ນັບແຕ່ສູນກາງຮອດທ້ອງຖິ່ນເປັນເຈົ້າການຫັນເອົາບົດບາດຍິງ-ຊາຍ ເຊື່ອມເຂົ້າໃນວຽກງານຈັດຕັ້ງ, ວຽກກໍ່ສ້າງພະນັກງານ, ວຽກນະໂຍບາຍຂອງກຳລັງ ປກສ ແລະ ຕ້ອງໄດ້ສຶກສາຄົ້ນຄວ້າໃນການແກ້ໄຂບັນດາປັດໄຈທີ່ເປັນອຸປະສັກຕໍ່ຄວາມກ້າວໜ້າຂອງແມ່ຍິງ ແນໃສ່ສ້າງເງື່ອນໄຂໃຫ້ພະນັກງານເພດຍິງຖັນແຖວກຳລັງ ປກສ ໄດ້ໄປຍົກລະດັບທິດສະດີການເມືອງ, ວິຊາສະເພາະ ແລະ ໄດ້ຮັບການບັນຈຸເຂົ້າໃນຕຳແໜ່ງຕັດສິນບັນຫາຂັ້ນຕ່າງໆໃຫ້ມີຈຳນວນເພີ່ມຂຶ້ນ.

ຕາມຕົວເລກສະຖິຕິໃຫ້ຮູ້ວ່າ ປີ 2017 ມີພະນັກງານເພດຍິງ ກົມກອງອ້ອມຂ້າງກະຊວງ ບັນຈຸໃນຕຳແໜ່ງຂັ້ນຊີ້ນໍາສາຍພັກ 30 ສະຫາຍ ເທົ່າກັບ 7,26% ( ໃນຈຳນວນພະນັກງານເພດຍິງທັງໝົດ ) ທຽບໃສ່ປີ 2016 ເພີ່ມຂຶ້ນ 5 ສະຫາຍ ເທົ່າກັບ 16,7%, ສາຍລັດຈຳນວນ 390 ທ່ານ ເທົ່າກັບ 8,42% ທຽບໃສ່ປີ 2016 ເພີ່ມຂຶ້ນ 2,52%; ສຳລັບ ປກສ ແຂວງ ແລະ ນະຄອນຫຼວງວຽງຈັນ ມີພະນັກງານເພດຍິງບັນຈຸຕຳແໜ່ງຂັ້ນຊີ້ນຳສາຍພັກຈຳນວນ 125 ສະຫາຍ, ສາຍລັດຈຳນວນ 1.607 ທ່ານ ເທົ່າກັບ 37,2% ທຽບໃສ່ປີ 2016 ແມ່ນມີຈຳນວນເພີ່ມຂຶ້ນ.

ກອງປະຊຸມຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດເຫັນຕໍ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ສົກປີ 2016-2017 ແລະ ທິດທາງແຜນການປີ 2018, ບົດສະຫຼຸບການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ 5 ປີ ຄັ້ງທີ I ( 2011-2015 ), ຮ່າງແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ 10 ປີ ຄັ້ງທີ II ( 2016-2025 ). ພ້ອມທັງຮັບຟັງການໂອ້ລົມຈາກປະທານກອງປະຊຸມ.