ວສປ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ

0
815

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງ ປກສ ໃນວັນທີ 22 ຕຸລາ ຜ່ານມາ, ເຜີຍແຜ່ໂດຍ ພົຈວ ປອ ວັນສົມ ສີສົມບັດ ຄະນະພັກກະຊວງ ຫົວໜ້າອໍານວຍການວິທະ ຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພົຈວ ປອ ວັນສົມ ສີສົມບັດ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງ ປກສ ໄດ້ມີການຄົ້ນຄວ້າ ແລະ ຮັບຮອງເອົາຢ່າງເປັນເອກະສັນບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກ ກະຊວງສະໄໝທີ IV ເປັນຕົ້ນແມ່ນ ໄດ້ຕີລາຄາຢ່າງເລິກເຊິງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນການຈັດຕັ້ງຜ່ານມາ ດ້ານວຽກງານປັບປຸງ-ກໍ່ສ້າງພັກກໍາລັງປ້ອກັນຄວາມສະຫງົບໃຫ້ປອດໃສ ໜັກແໜ້ນ.

ໄດ້ຮັບຝັງການລາຍງານ ແລະ ປະກອບຄວາມເຫັນຈາກຕ່າງໜ້າບັນດາອົງຄະນະພັກ, ກົມກອງວິຊາສະເພາະ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານພັກກະຊວງສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ,ຄວາມເປັນເຈົ້າການປະດິດສ້າງແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.

ກອງປະຊຸມ, ບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງ ຊຸດທີ V,ເຊິ່ງມີຜູ້ລົງສະໝັກ31ສະຫາຍ,ເລືອກເອົາ27 ສະຫາຍ.ໃນນັ້ນ,ໄດ້ເປັນເອກະສັນເລືອກເອົາເລຂາ-ຮອງເລຂາຄະນະພັກກະຊວງ3 ສະຫາຍ, ເລືອກ ເອົາຄະນະ ປະຈໍາພັກກະຊວງ 9 ສະຫາຍ, ເລືອກເອົາປະທານ-ຮອງປະທານກວດກາ 4 ສະຫາຍ.