ອົງການໄອຍະການປະຈໍາພາກໃຕ້ ຮ່ວມກັບ 5 ແຂວງ ໄດ້ຈັດກອງປະຊຸມຖອດຖອນແລກປ່ຽນບົດຮຽນກ່ຽວກັບການຮ່ວມມືກັບຕ່າງປະເທດ ໃນອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ໄຊຊະນະ ໂຄດພູທອນ ຮອງປະທານອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ, ມີຄະນະນຳຈາກອົງການໄອຍະການປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນແຂວງຈາກ 5 ແຂວງຄື: ແຂວງຈຳປາສັກ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ຕະຫຼອດຮອດພະນັກງານ-ວິຊາການເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນບັນຫາການກໍ່ອາຊະຍາກຳຂ້າມຊາດນັບມື້ເພີ່ມຂຶ້ນ ອັນພົ້ນເດັ່ນແມ່ນບັນຫາຢາເສບຕິດ ເຊິ່ງຍັງເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ຄວາມສະຫງົບສຸກຂອງບ້ານເມືອງ ທັງເປັນບັນຫາທີ່ເຊື່ອມໂຍງກັບປະເທດເພື່ອນມິດ, ປະເທດໃກ້ຄຽງໃນພາກພື້ນ ແລະ ໃນໂລກ. ສະນັ້ນ, ການແກ້ໄຂບັນຫາອາຊຍາກຳຂ້າມຊາດດັ່ງກ່າວ ເພື່ອຮັບ ປະກັນໃຫ້ຜູ້ກະທຳຜິດຖືກລົງໂທດຕາມກົດໝາຍ.

ກອງປະຊຸມຄັ້ງນີ້, ຍັງໄດ້ມີການຄົ້ນຄວ້າປຶກສາຫາລືປະກອບຄຳຄິດຄຳເຫັນ ເພື່ອເປັນການຍົກສູງຄວາມຮູ້ຂອງພະນັກງານໄອຍະການປະຊາຊົນ ກ່ຽວກັບວຽກງານການຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນການສ້າງສົນທິສັນຍາ ແລະ ການປະຕິບັດວຽກງານໄອຍະການຕ່າງປະເທດໃຫ້ໄດ້ດີ, ຮັບປະກັນໃຫ້ວຽກງານປະກອບຫຼັກຖານຄະດີອາຍາ ແລະ ນຳເອົາຕົວອາຊະຍາກອນທີ່ເອົາຕົວຫຼົບໜີໄປຕ່າງປະເທດມາດຳເນີນຄະດີຕາມຂະບວນການຍຸຕິທຳ, ຕ້ານອາຊະຍາກຳຂ້າມຊາດ, ຈຳກັດ ແລະ ສະກັດກັ້ນການກະທຳຜິດ, ປົກປ້ອງສິດຜົນປະໂຫຍດຂອງລັດ ແລະ ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.