ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານການເງິນຂອງຂະແໜງສາທາລະນະສຸກທົ່ວປະເທດ ປະຈຳປີ 2017 ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2018, ໂດຍການເປັນປະທານຂອງ ທ່ານ ຮສຈ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ພະແນກ-ຮອງພະແນກສາທາລະນະສຸກ ທັງສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ສົມພອນ ຜາງມະນີໄຊ ຫົວໜ້າກົມການເງິນ ກະຊວງສາທາລະນະສຸກ ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດແຜນງົບປະມານປີ 2017 ແລະ ທິດທາງແຜນງົບປະມານຂະແໜງສາທາລະນະສຸກປີ 2018 ແລະ ການກະກຽມແຜນງົບປະມານປີ 2019 ວ່າ: ສະເພາະປີ 2017 ຕາມມະຕິ ເລກທີ 016/ສພຂ, ສະພາແຫ່ງຊາດໄດ້ກຳນົດ 7 ຄາດໝາຍ ເພື່ອບັນລຸໃນຂະແໜງສາທາລະນະສຸກ ໂດຍໄດ້ຮັບການຈັດສັນຈາກລັດຖະບານ 2,129 ຕື້ກີບ ( ລວມທັງ ODA ຈຳນວນ 613 ຕື້ກີບ ) ເທົ່າກັບ 6,96% ຂອງລາຍຈ່າຍງົບປະມານແຫ່ງຊາດ, ສະເພາະງົບປະມານຂອງລັດແມ່ນເພີ່ມຂຶ້ນ 40 ຕື້ກີບ ຫຼື 1% ຈາກປີຜ່ານມາ, ໃນນັ້ນມີງົບປະມານປົກກະຕິ 55%, ການປະກອບສ່ວນຂອງສັງຄົມ (ເງິນລາຍຮັບວິຊາການ) 16% ແລະ ເງິນຊ່ວຍເຫຼືອເພື່ອການພັດທະນາ 29% ເຊິ່ງສ່ວນໃຫຍ່ແມ່ນໄດ້ຈັດສັນໄປຕາມຍຸດທະສາດ ແລະ ແຜນພັດທະນາທີ່ເປັນບຸລິມະສິດຂອງຂະແໜງການຕາມ 8 ແຜນງານ ແລະ 97 ໂຄງການ; ຖ້າສົມທຽບໃສ່ແຜນທີ່ໄດ້ຮັບຈາກກະຊວງການເງິນ 1.562,86 ຕື້ກີບ, ຂະແໜງສາທາລະນະສຸກ ໄດ້ຮັບອະນຸມັດໃຫ້ຈັດຕັ້ງປະຕິບັດ ທັງໝົດ 1.480,51 ຕື້ກີບ ເທົ່າກັບ 94,73% ຂອງແຜນແຈ້ງໝົດປີ ຈາກການຈັດຕັ້ງປະຕິບັດສະເພາະງົບປະມານພາຍໃນ ຮອດທ້າຍເດືອນທັນວາ 2017 ໂດຍສົມທຽບໃສ່ຕົວເລກທີ່ຄັງເງິນເຫັນດີຈ່າຍ ແລະ ຕົວເລກໄດ້ຮັບອະນຸມັດນຳໃຊ້ຈາກກະຊວງການເງິນ ທັງສູນກາງ ແລະ ທ້ອງຖິ່ນ ປະຕິບັດໄດ້ທັງໝົດ 1.471,21 ຕື້ກີບ ເທົ່າກັບ 99,38% ໂດຍບໍ່ລວມ ODA ເຂົ້ານໍາ.

ແຜນການຈັດຕັ້ງປະຕິບັດງົບປະມານປີ 2018 ຕາມມະຕິກອງປະຊຸມຂອງສະພາແຫ່ງຊາດ ເລກທີ 076/ສພຊ ໄດ້ຮັບຮອງເອົາບົດລາຍງານລັດຖະບານກ່ຽວກັບການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 6 ເດືອນຕົ້ນປີ ຄາດຄະເນໝົດປີ 2017 ແລະ ແຜນການປີ 2018 ໃນນີ້, ໄດ້ຈັດສັນງົບປະມານໃຫ້ຂະແໜງສາທາລະນະສຸກ ທັງໝົດ 2.507,04 ຕື້ກີບ, ໃນນັ້ນມີລາຍຈ່າຍບໍລິຫານປົກກະຕິ 1.660,28 ຕື້ກີບ, ລາຍຈ່າຍລົງທຶນ 846,76 ຕື້ກີບ, ມີທຶນງົບປະມານພາຍໃນ 53,78 ຕື້ກີບ (ຕົວເລກແຈ້ງຈາກກະຊວງແຜນການ ແລະ ການລົງທຶນ 52,78 ຕື້ກີບ) ຊຶ່ງກະຊວງສາທາລະນະສຸກ ໄດ້ຈັດສັນໂດຍແນໃສ່ການປະກອບສ່ວນເຂົ້າໃນແຜນການລຶບລ້າງຄວາມທຸກຍາກ ແລະ ພັດທະນາຊົນນະບົດແນໃສ່ການແກ້ໄຂບັນຫາສາທາລະນະສຸກໃນແຕ່ ລະພື້ນທີ່ ໂດຍກຳນົດເອົາ 71 ເມືອງຈຸດສຸມໃນການແກ້ໄຂບັນຫາຕາມ 10 ຕົວຊີ້ວັດ ທີ່ໄດ້ກຳນົດໃນມະຕິຂອງສະພາແຫ່ງຊາດ; ກອງປະຊຸມຈະດຳເນີນເປັນເວລາ 2 ວັນ ( 28 ກຸມພາ-1 ມີນາ 2018 ) ຈຶ່ງສຳເລັດ.

ໂອກາດທີ່ ທ່ານ ຮສຈ.ດຣ ບຸນກອງ ສີຫາວົງ ເຂົ້າຮ່ວມກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ຄວາມຄືບໜ້າ ແລະ ຜົນສຳເລັດທີ່ຂະແໜງສາທາລະນະສຸກທົ່ວປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ພ້ອມທັງມີທິດຊີ້ນຳໃຫ້ແຕ່ລະພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງມີການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດງົບປະມານປີ 2018 ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນໃຫ້ບັນລຸ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດໄດ້ຮັບຮອງ ເພື່ອປັບປຸງສະພາວະໂພສະນາການໃນເດັກ, ຫຼຸດຜ່ອນການຕາຍຂອງແມ່ ແລະ ເດັກນ້ອຍ, ໃຫ້ແມ່ເກີດລູກໄດ້ໂດຍມີແພດຊ່ວຍ, ປະຊາຊົນໄດ້ຮັບການສັກຢາກັນພະຍາດ, ມີນໍ້າໃຈສະອາດ, ມີວິດຖ່າຍ, ມີລະບົບປະກັນສຸຂະພາບປົກປ້ອງ ແລະອື່ນໆ ໂດຍເນັ້ນໃສ່ 71 ເມືອງຈຸດສຸມທີ່ຕ້ອງໄດ້ແກ້ໄຂສະພາວະສຸຂະພາບ ແລະ ການບໍລິການສາທາລະນະສຸກ, ພ້ອມທັງນຳໃຊ້ງົບປະມານໃຫ້ຖືກຕ້ອງຕາມລະບຽບການເງິນ, ໂປ່ງໃສ, ກວດສອບໄດ້ ແລະ ນຳໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍໃນການຄຸ້ມຄອງການເງິນໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ.