ໃນວັນທີ 1 ມີນາ 2018, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຮ່ວມກັບຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາການລັກລອບປູກຝິ່ນ ແລະ ການລົງເຄື່ອນໄຫວກວດກາສວນຝິ່ນຢູ່ລຽບຕາມຊາຍແດນລາວ-ຈີນ, ທີ່ ປກສ ເມືອງຍອດອູ ແຂວງຜົ້ງສາລີ ໂດຍການເປັນປະທານຮ່ວມຂອງ ພັອ ອ່ອນພິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ພົທ ນິງ ທຽນສີ ຮອງເລຂາທິການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດແຫ່ງຊາດ ຈີນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານ ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ແລະ ການກະທໍາຜິດກົດໝາຍ ໂດຍສະເພາະບັນຫາການລັກລອບປູກຝິ່ນຢູ່ລຽບຕາມຊາຍແດນລະຫວ່າງເມືອງຍອດອູ ແຂວງຜົ້ງສາລີ ສປປ ລາວ ກັບເມືອງຈັງເຊິນ ແຂວງຢູນນານ ສປ ຈີນ; ເຊິ່ງໃນໄລຍະຜ່ານມາຍັງມີກຸ່ມຄົນບໍ່ດີຈໍານວນໜຶ່ງຍັງໄດ້ລັກລອບປູກຝິ່ນຢູ່ລຽບຕາມຊາຍແດນ.

ທັງສອງຝ່າຍໄດ້ປຶກສາຫາລືວິທີທາງແກ້ໄຂໃຫ້ທ່ວງທັນ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍຄືຄະນະຮາກຖານກຸ່ມບ້ານ ແລະ ອໍານາດການປົກຄອງບ້ານທຸກຂັ້ນເອົາໃຈໃສ່ຕິດຕາມກວດກາສະກັດກັ້ນ ແລະ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຢູ່ລຽບຕາມຊາຍແດນຫັນມາປູກຝັງ-ລ້ຽງສັດ ຜະລິດເປັນສິນຄ້າສົ່ງອອກພາຍໃນ ແລະ ຕ່າງປະເທດ ສ້າງລາຍຮັບໃຫ້ຄອບຄົວດີຂຶ້ນເປັນກ້າວໆ ແລະ ພ້ອມກັນປົກປັກຮັກສາຊາຍແດນໃຫ້ນັບມື້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ.