ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປະກາດໂຍກຍ້າຍ, ສັບຊ້ອນພະນັກງານນາຍຕຳຫຼວດຂອງກອງບັນຊາການ ປກສ ແຂວງ ໃນຕອນເຊົ້າຂອງວັນທີ 1 ມີນາ 2018, ພາຍໃຕ້ການເປັນປະທານຂອງ ພັອ ພິມ ພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີບັນດາຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ກອງບັນຊາການ ປກສ ເມືອງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ຜາຍທະລົງ ບຸດຈັນແພງ ຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊສົມບູນ. ໃນນີ້, ໂຍກຍ້າຍ ພັທ ວັນຄໍາ ສົມສະນິດ ຈາກຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງໄຊສົມບູນ ແລະ ໂຍກຍ້າຍ ພັຕ ສັກດາ ສຸດາວົງ ຈາກຄ້າຍຄຸມຂັງ-ດັດສ້າງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງໄຊສົມບູນ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ການປະຕິບັດວິໄນນາຍຕຳຫຼວດອອກຈາກກຳລັງ 1 ສະຫາຍ ຍ້ອນກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ.

ໃນຕອນທ້າຍ, ຫົວໜ້າກອງບັນຊາການ ປກສ ແຂວງ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳໃຫ້ສະຫາຍທີ່ຖືກໂຍກຍ້າຍ ແລະ ຮັບໜ້າທີ່ໃໝ່ ຈົ່ງຮີບຮ້ອນມອບວຽກງານຂອງຕົນ, ສໍາລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ໃນ ຄັ້ງນີ້ ຈົ່ງເພີ່ມທະວີເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນການຊີ້ນຳ-ນຳພາໃນໜ້າທີ່ວຽກງານຢ່າງມີຄວາມຮັບຜິດຊອບສູງ ແລະ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ສືບຕໍ່ໃນການຄຸ້ມຄອງພະນັກງານໃນຂັ້ນຂອງຕົນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢ່າງເປັນປະຈຳ, ເພີ່ມທະວີຄວາມຮັບຜິດຊອບສູງເຂົ້າໃນການຊີ້ນຳ-ນຳພາຢ່າງມີຄວາມຮັບຜິດຊອບສູງ.