ກົມໃຫຍ່ຕຳຫຼວດ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

0
1215

ໃນວັນທີ 4 ພະຈິກ 2020, ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ,ເປັນປະທານແລະປະດັບຊັ້ນໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ,ມີບັນດາຄະນະພັກ,ຄະນະກົມ, ພ້ອມດ້ວຍຫ້ອງການ,ນາຍແລະພົນຕຳຫຼວດເຂົ້າ ຮ່ວມ.

ພັທ ນາງ ດຳດວນ ວົງປັນຍາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງ ປກສ ເລກທີ 4075/ກມປສ, ລົງວັນທີ 21 ຕຸລາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ຈຳນວນ 25 ສະ ຫາຍ ຍິງ 7 ສະຫາຍ.ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 12 ສະຫາຍ, ສິບເອກ ຂຶ້ນວາທີ 10 ສະຫາຍ, ສິບໂທ ຂຶ້ນສິບເອກ 2 ສະຫາຍ, ສິບຕີ ຂຶ້ນສິບໂທ 1 ສະຫາຍ.

ໃນພີທີ, ພົຈວ ປອ ທອງສະຫວັນ ວົງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ເຊີ່ງການເລື່ອນຊັ້ນແມ່ນສະແດງເຖິງຜົນງານ, ຄວາມຮູ້-ຄວາມສາມາດຂອງບັນ ດາສະຫາຍຍາດມາໄດ້ ແລະ ຍັງເປັນການສະແດງເຖິງນະໂຍບາຍທີ່ ພັກ-ລັດ ກໍຄື ກະຊວງ ປກສ ມອບໃຫ້ບັນດາສະຫາຍ ເພື່ອຕອບແທນເຖິງຄຸນງາມຄວາມດີ ແລະ ການປະກອບສ່ວນ,ເຫື່ອແຮງສະຕິປັນຍາເຂົ້າໃນວຽກງານຢ່າງມີຜົນສໍາເລັດ.

ໃນໂອກາດນີ້, ພົຈວ ປອ ທອງສະຫວັນ ວົງສະຫວັນ ຍັງເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ມີຄວາມຈົ່ງຮັກພັກດີຕໍ່ພັກລັດ,ຕໍ່ກຳລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ,ມີຄວາມສາມັກຄີພາຍໃນກໍາລັງ,ສືບຕໍ່ເຮັດວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.