ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ໃນວັນທີ 2 ມີນາ 2018; ເປັນປະທານໂດຍ ສະຫາຍ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ປທສ, ມີບັນດາຄະນະພັກ, ຄະນະນຳກະຊວງ, ຄະນະໜ່ວຍພັກບັນດາກົມທຽບເທົ່າ, ຄະນະພັກຮາກຖານ, ຄະນະອຳນວຍການບໍລິສັດວິສາຫະກິດໄປສະນີ ໂທລະຄົມມະນາຄົມ ພ້ອມດ້ວຍພະນັກງານ-ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ຄຳພູ ດວງຖະໜອມ ຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພະນັກງານ ກ່າວວ່າ: ໄລຍະຜ່ານມາ, ຄະນະໜ່ວຍພັກພວກເຮົາໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຕົ້ນຕໍ່ ເພື່ອເຮັດໃຫ້ສະມາຊິກພັກສ່ວນຫຼາຍຮັກສາ ໄດ້ຄຸນທາດການເມືອງໜັກແໜ້ນ, ມີອຸດົມການ ແລະ ມີນໍ້າໃຈປະຕິວັດສູງ, ປະຕິບັດຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມີການເຄື່ອນໄຫວຕາມແບບແຜນທີ່ໄດ້ກຳນົດໄວ້ ແລະ ຮ່ວມຊີວິດພັກເປັນປົກກະຕິ ພ້ອມທັງປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດ; ຄະນະໜ່ວຍພັກ ແລະ ສະມາຊິກພັກແຕ່ລະສະຫາຍ ໄດ້ສຸມໃສ່ເຮັດວຽກງານກໍ່ສ້າງພັກໃຫ້ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຕາມ 5 ເນື້ອໃນ; ດັ່ງນັ້ນ, ຈຶ່ງສາມາດຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄດ້ 17 ໜ່ວຍພັກ, ທຽບໃສ່ປີ 2016 ແມ່ນເພີ່ມຂຶ້ນ 7 ໜ່ວຍພັກ; ເປັນກຽດມອບໂດຍ ສະຫາຍ ທອງໃສ ຊານໄຊຍະ.

ໂອກາດດັ່ງກ່າວ, ສະຫາຍ ທອງໃສ ຊານໄຊຍະ ຍັງໄດ້ໂອ້ລົມຕໍ່ຄະນະພັກ ແລະ ສະມາຊິກພັກ ພ້ອມທັງມີທິດຊີ້ນຳໃຫ້ທຸກສະຫາຍ ຈົ່ງສືບຕໍ່ປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພ້ອມທັງຕັ້ງໜ້າປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ແຕ່ລະສະຫາຍມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ ແລະ ຫ້າວຫັນຕໍ່ການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ ແລະ ມີຄຸນນະພາບສູງ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານດ້ານດີ, ເດັດດຽວປັບປຸງແກ້ໄຂຈຸດອ່ອນຄົງຄ້າງ ແລະ ສິ່ງທ້າທາຍຕໍ່ພັກ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ.