ພາຍຫຼັງກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ປະຈໍາປີ 2017 ແລະ ທິດທາງແຜນການວຽກງານຈຸດສຸມປີ 2018 ທີ່ໄດ້ດໍາເນີນມາແຕ່ວັນທີ 1 ກຸມພາ ແລະ ໄດ້ປິດລົງໃນວັນທີ 2 ກຸມພາຜ່ານມາ ໂດຍການເປັນປະທານ ຂອງ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ມີຕາງໜ້າກົມໃຫຍ່, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ເຂົ້າຮ່ວມ.

ພົຈວ ຈັນສະແຫວງ ທິບຄູນທອງ ກ່າວວ່າ: ພາຍຫຼັງກອງຊຸມໄດ້ດໍາເນີນມາເປັນເວລາ 2 ວັນເຕັມ; ເຊິ່ງຜູ້ແທນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018, ຮັບຟັງການຜ່ານບົດສະຫຼຸບການແກ້ໄຂກຸ່ມແກ້ງກວນເມືອງ, ກຸ່ມແກ້ງແຂ່ງລົດ, ລົດດັດແປງສະພາບເຕັກນິກໄລຍະປີ 2017 ຜ່ານມາ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ແຜນການກະກຽມຄວາມພ້ອມໃນການປ້ອງກັນງານມະຫະກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ, ບັນຫາປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນຢູ່ແຂວງສະຫວັນນະເຂດ, ການແກ້ໄຂປະກົດການຫຍໍ້ທໍ້ຢູ່ແຂວງຜົ້ງສາລີ, ການປັບປຸງກົງຈັກການຈັດຕັ້ງ ແລະ ການປະກາດບັນດາກອງຮ້ອຍທີ່ຂຶ້ນເປັນກອງພັນປ້ອງກັນເຄື່ອນທີ່ຢູ່ແຂວງໄຊຍະບູລີ, ການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ແຂວງໄຊສົມບູນ, ຮັບຟັງການລາຍງານບົດສະຫຼຸບວຽກງານຈັດຕັ້ງ-ຫ້ອງການຂອງ 4 ຫ້ອງທີ່ຂຶ້ນກັບກອງບັນຊາການປ້ອງກັນເຄື່ອນທີ່; ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ເນື້ອໃນຂອງຮ່າງບົດສະຫຼຸບມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ໄດ້ພ້ອມກັນຄົ້ນຄວ້າທິດທາງແຜນການຈຸດສຸມປີ 2018 ເພື່ອເຮັດໃຫ້ການປະຕິບັດວຽກງານໃນຕໍ່ໜ້າມີປະສິດຕິຜົນສູງຂຶ້ນກວ່າເກົ່າ.

ໃນໂອກາດນີ້, ຍັງໄດ້ຮັບຟັງການໃຫ້ທິດຊີ້ນໍາຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ເຊິ່ງທ່ານໄດ້ ກ່າວວ່າ: ຄະນະບັນຊາແຕ່ລະຂັ້ນ ຕ້ອງເພີ່ມທະວີການຄຸ້ມຄອງກໍາລັງເຫຼົ່າຮົບວິຊາສະເພາະໃນການປະຈໍາການກຽມພ້ອມສູ້ຮົບໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ທັງຮັກສາກໍາລັງປະຈໍາການໃຫ້ພຽງພໍ ເພື່ອແກ້ໄຂເຫດການໃຫ້ທັນເວລາ; ໃນນີ້, ຜູ້ບັນຊາທຸກຂັ້ນຈະຕ້ອງເພີ່ມທະວີກາານຕິດຕາມກວດກາ, ໃກ້ຊິດຕິດແທດກັບອ້າຍ-ນ້ອງຂອງຕົນ, ທີ່ສໍາຄັນກໍາລັງປ້ອງກັນເຄື່ອນທີ່ແມ່ນຕ້ອງໄດ້ຕີຖອຍປະກົດການຫຍໍ້ທໍ້, ບັນຫາການກະທໍາຜິດຕໍ່ລະບຽບກົດໝາຍ, ກໍຄືການລະເມີດລະບຽບການຂອງກໍາລັງໃຫ້ຫຼຸດລົງ ແລະ ໝົດໄປ.