ສະພາບປະກົດການຫຍໍ້ທໍ້ຢູ່ໃນນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນສະແດງອອກໃນປີ 2017 ມີຄະດີເກີດຂຶ້ນທັງໝົດ 5.000 ກວ່າເລື່ອງ, ພົ້ນເດັ່ນແມ່ນຄະດີອຸບັດຕິເຫດ ແລະ ລັກຊັບພົນລະເມືອງ ສ້າງຜົນເສຍຫາຍເປັນຈໍານວນຫຼາຍ.

ພັທ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫຼຸບວຽກງານປະຈໍາປີ ວ່າ: ໃນ 1 ປີຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 5.398 ເລື່ອງ, ໃນນັ້ນຄະດີເກີດຂຶ້ນພົ້ນເດັ່ນແມ່ນອຸບັດຕິເຫດ 1.547 ຄັ້ງ, ພາຫະນະເປ່ເພ 2.254 ຄັນ, ໃຊ້ການບໍ່ໄດ້ 21 ຄັນ, ບາດເຈັບ 883 ຄົນ, ເສຍຊີວິດ 251 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 15 ຄົນ, ລວມມູນຄ່າເສຍຫາຍ 16.708.000.000 ກີບ; ລັກຊັບພົນລະເມືອງເກີດຂຶ້ນ 1.183 ເລື່ອງ; ຄ້າ-ຂາຍຢາເສບຕິດ 709 ເລື່ອງ, ມົ້ວສຸມຢາເສບຕິດ 620 ເລື່ອງ, ຂົນສົ່ງ ແລະ ມີຢາເສບຕິດໄວ້ໃນຄອບຄອງ 112 ເລື່ອງ, ຊິງຊັບ 218 ເລື່ອງ, ສໍ້ໂກງຊັບ 197 ເລື່ອງ, ທໍາຮ້າຍຮ່າງກາຍ 107 ເລື່ອງ, ຊື້-ຂາຍຊັບຜິດກົດໝາຍ 99 ເລື່ອງ, ຍັກຍອກຊັບ 67 ເລື່ອງ, ມີອາວຸດເສິກໄວ້ໃນຄອບຄອງ 56 ເລື່ອງ, ປຸ້ນຊັບ 49 ເລື່ອງ, ທໍາມິດສະຈານ 36 ເລື່ອງ, ທໍາລາຍຊັບ 32 ເລື່ອງ, ລັກເຂົ້າເມືອງຜິດກົດໝາຍ 28 ເລື່ອງ, ຂົ່ມຂືນທໍາຊໍາເລົາ 19 ເລື່ອງ, ມີຄະດີຄາດຕະກໍາ 16 ເລື່ອງ ແລະ ຄະດີອື່ນໆ ລວມມູນຄ່າເສຍຫາຍມີຄໍາຮູບປະພັນ 470 ບາດ, ແຫວນເພັດ 28 ວົງ, ສາຍເອວເພັດ 2 ເສັ້ນ, ເງິນກີບ 3.115, 910.000 ກີບ, ເງິນບາດ 39.935.300 ບາດ, ເງິນໂດລາ 2.885.661 ໂດລາ, ເງິນຢູໂລ 2.480 ຢູໂລ, ເງິນຢວນ 205.200 ຢວນ, ເງິນເຢັນ 160.000 ເຢັນ, ລົດຈັກ 913 ຄັນ ແລະ ລົດໃຫຍ່ 13 ຄັນ.

ສ່ວນອັກຄີໄພເກີດຂຶ້ນ 50 ຄັ້ງ, ໃນນັ້ນໄຟໄໝ້ເຮືອນ 17 ຫຼັງ, ເຮືອນຖືກໄຟລວກ 4 ຫຼັງ, ຮ້ານອາຫານ 2 ຫຼັງ, ຕະຫຼາດ 1 ແຫ່ງ, ສູນການຄ້າ 1 ແຫ່ງ, ຫ້ອງແຖວ 19 ຫ້ອງ, ລົດຈັກ 15 ຄັນ, ລົດໃຫຍ່ 2 ຄັນ, ປ່າຫຍ້າ 8 ໄລ່, ທົ່ງນາ 2 ເຮັກຕ້າ, ຄົນບາດເຈັບຖືກໄຟໄໝ້ 6 ຄົນ ຄິດເປັນເງິນ 378.068.000.000 ກີບ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ມີນາ 2018 ໂດຍການເປັນປະທານຂອງ ພັອ ຄໍາເກີດ ກຸມມານ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີຄະນະບັນຊາ, ບັນດາ ປກສ ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງຫ້ອງຕໍາຫຼວດເຂົ້າຮ່ວມ.