ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເປີດຊຸດຮຽນວິຊາສະເພາະຊັ້ນຕົ້ນ 513 ຮຸ່ນທີ VIII ສົກປີ 2018-2019 ໃນວັນທີ 5 ມີນາ 2018 ໂດຍການເຂົ້າຮ່ວມຂອງ ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຕາງໜ້າຈາກກົມໃຫຍ່ການເມືອງ, ກົມໃຫຍ່ພະລາທິການ, ກົມຈັດຕັ້ງພະນັກງານ, ກົມກໍ່ສ້າງກໍາລັງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ພັທ ສຸລິຈັນ ສີສະຫວັດ ຫົວໜ້າສູນຝືກອົບຮົມວິຊາສະເພາະຄົບວົງຈອນ ກອງບັນຊາການປ້ອງກັນເຄື່ອນທີ່ ກ່າວໄຂຊຸດຮຽນວ່າ: ຊຸດຮຽນວິຊາສະເພາະຊັ້ນຕົ້ນ 513 ຮຸ່ນທີ VIII ມີຈໍານວນພົນທັງໝົດ 300 ສະຫາຍ ຍິງ 63 ສະຫາຍ ທີ່ມາຈາກກົມໃຫຍ່ການເມືອງ, ກອງບັນຊາການປ້ອງກັນເຄື່ອນທີ່, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ແຂວງຕ່າງໆທົ່ວປະເທດ, ມີຊັ້ນ ສິບໂທ 1 ສະຫາຍ, ສິບຕີ 5 ສະຫາຍ, ຊັ້ນ II ມີ 294 ສະຫາຍ ຍິງ 63 ສະຫາຍ, ກໍານົດເວລາຮຽນ 1 ປີ ເທົ່າກັບ 2.555 ຊົ່ວໂມງ, ໃນນັ້ນ ມີວິຊາຮຽນ ຄື: ວິຊາງົດງາມ, ວິຊາການທະຫານ ແລະ ແຜນທີ່, ວິຊາປ້ອງກັນທີ່ຕັ້ງ, ວິຊາສະຫຼາຍການປະທ້ວງ, ວິຊາມວຍສາກົນ ແລະ ມວຍວິຊາສະເພາະ, ຮຽນຂັບລົດຈັກ-ລັດໃຫຍ່, ວິຊາຈິດຕະສາດ, ວິຊາກົດໝາຍ, ວິຊາສະເພາະລວມ, ວິຊາສືບຂ່າວ, ຕີພິເສດ, ກວດກູ້ ແລະ ທໍາລາຍລະເບີດ, ວິຊາກຽດຕິຢົດ ແລະ ສາຍກວດ.

ນອກຈາກນັ້ນ, ຊຸດຮຽນຄັ້ງນີ້, ແມ່ນຈະໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ຄູ-ອາຈານ, ພະນັກງານບໍລິຫານຮັບໃຊ້ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່, ຕ້ອງຮັບປະກັນໃນການຮຽນ-ການສອນໃຫ້ມີຄຸນນະພາບໃໝ່ ແລະ ມີປະສິດຜົນສູງສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກຮຽນແຕ່ລະສະຫາຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນເຂັ້ມງວດ, ມີຄວາມຫ້າວຫັນເອົາໃຈໃສ່ຕໍ່ການຄົ້ນຄວ້າຮໍ່າຮຽນ, ຕິດຕາມການຮໍ່າຮຽນຂອງນັກຮຽນໃຫ້ເປັນປົກກະຕິຕໍ່ຜູ້ຮຽນເກັ່ງ, ຄົ້ນຄວ້ານໍາສະເໜີຂັ້ນເທິງປະຕິບັດຍ້ອງຍໍເລື່ອນຊັ້ນໃນເວລາຈົບ. ພ້ອມກັນນັ້ນ, ຕໍ່ຜູ້ຮຽນອ່ອນ, ລະເມີດຂໍ້ກໍານົດລະບຽບ ກໍໄດ້ສຶກສາອົບຮົມກໍ່ສ້າງຊ່ວຍເຫຼືອຖ້າບຸກຄົນໃດຮາກດື້ດ້ານ, ເຈດຕະນາລະເມີດຜ່າຝືນ, ບໍ່ມີການປ່ຽນແປງກໍ່ຕ້ອງໄດ້ປະຕິບັດຕາມລະບຽບວິໄນຂອງໂຮງຮຽນ ກໍຄືລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ວາງອອກຢ່າງເຂັ້ມງວດ.