ປີນີ້, ຄະນະສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ( ກົມ 501) ກະຊວງ ປກສ ຈະສູ້ຊົນສ້າງໜ່ວຍແມ່ຍິງ 3 ດີ ໃຫ້ໄດ້ 90% ໂດຍຈະນໍາພາສະມາຊິກແມ່ຍິງຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ຢ່າງເປັນຂະບວນການຟົດຟື້ນ ເພື່ອສ້າງໃຫ້ໄດ້ບຸກຄົນ 3 ດີ 85% ຂຶ້ນໄປ ແລະ ສ້າງແມ່ຍິງ 3 ດີ ປະເພດ I ໃນແຕ່ລະໄລຍະ.

ພັທ ນາງ ຈັນເດືອນ ເທບພະວົງ ປະທານສະຫະພັນແມ່ຍິງກົມ 501 ໄດ້ສະຫຼຸບຜົນງານການຊີ້ນໍາ-ນໍາພາສະມາຊິກແມ່ຍິງໃນປີຜ່ານມາ ໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງສະຫະພັນແມ່ຍິງກົມ 501 ໃນວັນທີ 1 ມີນານີ້ ໃຫ້ກຽດເຂົ້າຮ່ວມໂດຍ ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມ 501 ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ພັອ ນາງ ວັດຊະລີ ສິດທິລືໄຊ ປະທານສະຫະພັນແມ່ຍິງ ກະຊວງ ປກສ ວ່າ: ປີນີ້, ຄະນະສະຫະພັນແມ່ຍິງກົມ 501 ຈະສູ້ຊົນສ້າງໜ່ວຍແມ່ຍິງ 3 ດີ ໃຫ້ໄດ້ 90% ໂດຍເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາແມ່ຍິງ ເຮັດໃຫ້ສະມາຊິກແມ່ຍິງມີສະຕິຕໍ່ການຈັດຕັ້ງ, ມີລະບຽບເຂັ້ມງວດ, ມີມານະຈິດປະຕິວັດ, ຫ້າວຫັນ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ວຽກງານຄຽງຄູ່ກັບການຕັ້ງໜ້ານໍາພາຂະບວນປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນລວມຂອງແມ່ຍິງກະຊວງ ແລະ ຂອງກົມກອງວາງອອກ ໂດຍການນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ມາເປັນເນື້ອໃນສໍາຫຼວດກວດກາ, ຕີລາຄາແບ່ງປະເພດບຸກຄົນໃນແຕ່ລະເດືອນ, ແຕ່ລະໄລຍະ, ສ້າງໄດ້ບຸກຄົນດີ 3 ດີ ກວມເອົາ 85% ຂຶ້ນໄປ, ຄອບຄົວດີ ແລະ ໜ່ວຍ 3 ດີ ຕາມທີ່ກໍານົດໄວ້.

ໃນປີຜ່ານມາ, ຄະນະສະຫະພັນແມ່ຍິງກົມ 501 ໄດ້ສຸມໃສ່ຊີ້ນໍາ-ນໍາພາສະມາຊິກແມ່ຍິງດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ ຄື: ປີ 2017 ມີສະມາຊິກແມ່ຍິງເຂົ້າຮ່ວມຄັດເລືອກແມ່ຍິງ 3 ດີ ທັງໝົດ 436 ສະຫາຍ ໃນນີ້ຄັດເລືອກໄດ້ພົນລະເມືອງດີ ມີ 415 ສະຫາຍ ເທົ່າກັບ 95,18%, ພັດທະນາດີ ມີ 403 ສະຫາຍ ເທົ່າກັບ 92,18% ແລະ ສ້າງຄອບຄົວດີ ມີ 404 ສະຫາຍ ເທົ່າກັບ 94,80%, ຄັດໄດ້ແມ່ຍິງ 3 ດີ ປະເພດ I ມີ 393 ສະຫາຍ ເທົ່າກັບ 93,79%, ປະເພດ II ມີ 21 ສະຫາຍ ເທົ່າກັບ 5,01%, ປະເພດ III ມີ 4 ສະຫາຍ ເທົ່າກັບ 0,96% ແລະ ປະເພດ IV ມີ 1 ສະຫາຍ ເທົ່າກັບ 0,24%, ໄດ້ໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I ມີ 13 ໜ່ວຍ ໃນຈໍານວນ 15 ໜ່ວຍ ເທົ່າກັບ 8,66%, ປະເພດ II ມີ 2 ໜ່ວຍ ເທົ່າກັບ 13,34% ແລະ ສະຫະພັນແມ່ຍິງກົມໃຫຍ່ 501 ເປັນໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I.

ໃນພິທີ, ກອງປະຊຸມຍັງໄດ້ຮັບຟັງປະຫວັດມູນເຊື້ອ ແລະ ຜົນງານວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 52 ປີ ( 9 ມັງກອນ 1966-9 ມັງກອນ 2018 ) ແລະ ວັນແມ່ຍິງສາກົນ ຄົບຮອບ 108 ປີ (8 ມີນາ 1910-8 ມີນາ 2018).