ໃນວັນທີ 16 ພະຈິກ 2020, ກະຊວງ ປກສ ໄດ້ມອບເງິນນະໂຍບາຍອຸດໜູນບໍານານໃຫ້ ພົຕ ສົມແກ້ວ ສີລາວົງ ອະດີດລັດຖະມົນຕີກະ ຊວງ ປກສ, ຕາງໜ້າມອບໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ,ມີຕາງໜ້າຫ້ອງວ່າການ,ພ້ອມດ້ວຍກົມກອງກ່ຽວຂ້ອງ ແລະພະນັກງານເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ກ່າວວ່າ: ການມອບເງິນອຸດໜູນບໍານານຄັ້ງນີ້,ໂດຍອີງຕາມນະໂຍບາຍດ້ານຕ່າງໆທີ່ມີຕໍ່ກໍາລັງປ້ອງກັນຄວາມສະ ຫງົບ,ພ້ອມທັງໄດ້ກ່າວອວຍພອນໃຫ້ທ່ານອະດີດລັດຖະມົນຕີ ປກສ ຈົ່ງມີສຸຂະພາບແຂງແຮງ,ມີຄວາມຜາສຸກໃນຊີວິດສ່ວນຕົວ,ຄອບຄົວແລະສືບຕໍ່ເບິ່ງແຍງໃຫ້ການຊ່ວຍເຫຼືອໃນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມກ້າວໜ້າກວ່າເກົ່າ.

ໃນໂອກາດນີ້,ພົຕ ສົມແກ້ວ ສີລາວົງ ໄດ້ສະແດງຄວາມຂອບໃຈມາຍັງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ, ພ້ອມທັງກ່າວຢື້ຢາມຖາມຂ່າວໄປຍັງຄະນະບໍລິຫານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ແລະອວຍພອນໃຫ້ທຸກສະຫາຍມີສຸຂະພາບເຂັ້ມແຂງ,ເຮັດສໍາເລັດ ໜ້າທີ່ວຽກງານ,ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາກໍາລັງແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງ ເພື່ອໃຫ້ສັງຄົມມີຄວາມສະຫງົບ, ປະຊາຊົນບັນດາເຜົ່າຢູ່ທ່າງທໍາມາຫາກິນ, ເສີມຂະຫຍາຍມູນ ເຊື້ອຮັກຊາດ ແລະ ສືບຕໍ່ປັບປຸງກໍາລັງ ປກສ ໃຫ້ດີຂຶ້ນເລື້ອຍໆ.