ອາທິດຜ່ານມາ, ເຈົ້າໜ້າທີ່ຫ້ອງການບໍລິການປະຊາຊົນກຸ່ມ 11 ບ້ານກະຊະໃຫຍ່ ເມືອງສາລະວັນ ແຂວງສາລະວັນ ມອບເຄື່ອງມືຫາປາ ແລະ ຈັກສະຕິນຜິດກົດໝາຍທີ່ລະດົມເກັບກູ້ໄດ້ຈາກປະຊາຊົນ ໃນໄລຍະຜ່ານມາ ມອບໃຫ້ຫ້ອງຄຸ້ມຄອງສໍາມະໂນຄົວ-ກໍ່ສ້າງຮາກຖານ (509) ປກສ ແຂວງ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 12 ພະຈິກ 2020, ເຂົ້າຮ່ວມ ແລະ ກ່າວຮັບໂດຍ ພັທ ສີທົງ ຈັນທິລາດ ຫົວໜ້າຫ້ອງ 509 ແລະ ກ່າວມອບໂດຍ ຮອ ແອມະລີ ສີສຸພັນ ຫົວໜ້າຫ້ອງການບໍລິການປະຊາຊົນ ກຸ່ມ 11 ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຮອ ແອມະລີ ສີສຸພັນ ໃຫ້ຮູ້ວ່າ: ອາວຸດລ່າເນື້ອປະເພດປືນແກັບ, ໝໍ້ຊ໋ອດປາ ແລະ ຈັກຕັດໄມ້ທີ່ຜິດກົດໝາຍ ລວມຈຳນວນ 100 ກວ່າເຄື່ອງ ທີ່ນຳມາມອບໃຫ້ຫ້ອງ 509 ນີ້ ແມ່ນໄດ້ມາຈາກການລະດົມໃຫ້ປະຊາຊົນ ນຳມາມອບໃຫ້ ໂດຍໄດ້ສຶກສາອົບຮົມປະຊາຊົນໄດ້ເຫັນເຖິງຜົນກະທົບຂອງການນຳໃຊ້ສິ່ງຜິດກົດໝາຍເຫຼົ່ານີ້ ແລະ ໄດ້ເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຂໍ້ຕົກລົງຈາກຂັ້ນເທິງ ແລະ ທ້ອງຖິ່ນ ມາເຜີຍແຜ່ໃຫ້ອໍານາດການປົກຄອງ ແລະ ພໍ່-ແມ່ປະຊາຊົນໃຫ້ຮັບຮູ້ເຂົ້າໃຈແຈ້ງຕໍ່ການຄຸ້ມຄອງປືນແກັບ, ຈັກສະຕິນ ແລະ ໝໍ້ຊ໋ອດປາ./

ນອກນີ້, ຍັງໄດ້ຍົກເຫັນເຖິງປະກົດການຫຍໍ້ທໍ້ຕ່າງໆ, ຄວາມສຽງທີ່ເກີດໃນໄລຍະຜ່ານມາ ເປັນຕົ້ນແມ່ນການຫຼົງຍິງຄົນ, ໄຟຊ໋ອດຄົນຫາປາ, ການຕັດໄມ້ທໍາລາຍປ່າແບບຊະຊາຍ, ການສູນພັນຂອງສັດນໍ້າ-ສັດປ່າ; ສຳລັບອາວຸດທີ່ມາມອບຄັ້ງນີ້ ປະກອບມີ ປືນແກັບ 113 ກະບອກ, ໝໍ້ ຊ໋ອດປາ 8 ໜ່ວຍ ແລະ ຈັກສະຕິນ 1 ເຄື່ອງ.