ພິທີເປີດງານແຂ່ງຂັນກິລາພື້ນເມືອງ ງົວຊົນເກັ່ງ, ງົວຊົນງາມ ແລະ ຕີໝາກຂ່າງ ປະຈຳປີ 2020 ຢູ່ແຂວງຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ພະຈິກ ນີ້, ທີ່ເດີ່ນໂຮງຮຽນ ມສ. ໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳ ແຂວງ, ການນຳເມືອງອະນຸວົງ, ພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ, ທິມງົວຊົນທີ່ມາຈາກ 5 ເມືອງ, ນັກກິລາຕີໝາກຂ່າງ ແລະ ປະຊາຊົນເຂົ້າຮ່ວມຮັບຊົມ ຢ່າງຫຼວງຫຼາຍ.

ໃນໂອກາດກ່າວເປີດງານແຂ່ງຂັນ, ທ່ານ ແດງ ປະທຸມທອງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສຳຄັນຂອງງົວ ເພາະເປັນສັດລ້ຽງຊະນິດໜຶ່ງທີ່ຕິດພັນກັບຄົນລາວ ແລະ ສັງຄົມລາວ ມາແຕ່ດຶກດຳບັນ, ເຊິ່ງໃນເມື່ອກ່ອນຍັງບໍ່ທັນມີເຄື່ອງມືທຳການຜະລິດທີ່ທັນສະໄໝ ຄົນລາວເຮົາຍັງດຳລົງຊີວິດແບບທຳມະຊາດດັ້ງເດີມ. ສະນັ້ນ, ງົວຈຶ່ງເປັນກຳລັງຫຼັກໃນການເຮັດສວນ, ເຮັດນາ ແລະ ເປັນພາຫະນະໃນການລາກແກ່ສິນຄ້າຕ່າງໆ.

ນອກຈາກງົວຈະເປັນສັດທີ່ໃຊ້ແຮງງານສ້າງປະໂຫຍດໃຫ້ກັບຄົນແລ້ວ ຍັງເປັນສັດທີ່ມີຄຸນຄ່າທາງດ້ານໂພຊະນາການສູງຕື່ມອີກ, ເຊິ່ງປັດຈຸ ບັນ ໄດ້ກ້າວສູ່ຍຸກເຕັກໂນໂລຊີທີ່ທັນສະໄໝ ເຮັດໃຫ້ຊາວກະສິກອນຫຼຸດຜ່ອນການໄຊແຮງງານງົວ ແລະ ຫັນຈາກການລ້ຽງງົວ ເພື່ອໃຊ້ເປັນແຮງງານ ແລ້ວປ່ຽນມາເປັນການລ້ຽງ ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄອບຄົວ.

ການຈັດງານແຂ່ງຂັນຄັ້ງນີ້, ນອກຈາກເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສອງວັນປະຫວັດສາດແລ້ວ ຍັງເປັນການປະຕິບັດຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ທັງເປັນການຊຸກຍູ້ສົ່ງເສີມ ແລະ ອະນຸລັກວັດທະນະທຳ ນີ້ ໃຫ້ຢູ່ຄູ່ກັບຄົນລາວ, ສັງຄົມລາວ ແລະ ປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ ຕະຫຼອດໄປ. ອີກຢ່າງໜຶ່ງ ກໍເປັນການສົ່ງເສີມການທ່ອງທ່ຽວວັດທະນະ ທຳ ໃຫ້ກາຍເປັນເທດສະການງົວຊົນງາມ, ງົວຊົນເກັ່ງ ຢູ່ແຂວງໄຊສົມບູນ ທັງເປັນການສົ່ງເສີມໃຫ້ສະມາຄົມງົວຊົນ ແລະ ຜູ້ລ້ຽງງົວ ໃຫ້ມີການລ້ຽງງົວຊົນນັບມື້ຫຼາຍຂຶ້ນກາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ.

ເພື່ອສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ. ສຳລັບງົວຊົນ ທີ່ສົ່ງເຂົ້າແຂ່ງຂັນໃນປີນີ້ ມີທັງໝົດ 100 ກວ່າໂຕ. ໃນນັ້ນ, ເມືອງອະນຸວົງ 25 ໂຕ, ເມືອງລ້ອງຊານ 25 ໂຕ, ເມືອງທ່າໂທມ 20 ໂຕ, ເມືອງຮົ່ມ 15 ໂຕ, ເມືອງລ້ອງແຈ້ງ 14 ໂຕ ແລະ ຕ່າງແຂວງອີກ 1 ໂຕ.

ນອກຈາກຮັບຊົມການແຂ່ງຂັນງົວຊົນແລ້ວ ຍັງໄດ້ຮັບຊົມກິລາຕີໝາກຂ່າງ, ເຊິ່ງເປັນກິລາພື້ນເມືອງຂອງລາວເຮົາທີ່ເປັນອີກໜຶ່ງກິດຈະກຳໃນການສ້າງສີສັນພາຍໃນງານໃຫ້ມີຫຼາກຫຼາຍກິດຈະກຳທີ່ມ່ວນຊື່ນ ແລະ ໜ້າສົນໃຈ. ການແຂ່ງຂັນຄັ້ງນີ້ຈະໄດ້ດຳເນີນຮອດວັນທີ 18 ຈຶ່ງສຳເລັດ.

ຂ່າວ: ຈິນລະວອນ ວໍລະສົມບູນ