ໃນວັນທີ 23 ພະຈິກ 2020, ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020) ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ100 ປີ (13 ທັນວາ 1920-13 ທັນວາ 2020),ປາຖະກະຖາໂດຍ  ພົຈວ ປອ ວົງເຊໂດນ ພັນທະແກ້ວ ອໍານວຍການ ວຕປ,ມີຄະນະອໍານວຍການ,ພ້ອມດ້ວຍຄູອາຈານ ແລະນັກສືກສາເຂົ້າຮ່ວມ.

ພົຈວ ປອ ວົງເຊໂດນ ພັນທະແກ້ວ ກ່າວວ່າ: ການປາຖະກະຖາຄັ້ງນີ້ ເພື່ອໂຄສະນາແລະສຶກສາອົບຮົມໃຫ້ແກ່ພະນັກງານນັກຮົບມີຄວາມເຂົ້າ ໃຈຕໍ່ມູນເຊື້ອປະຫວັດສາດ,ຜົນງານການສ້າງສາພັດທະນາປະເທດຊາດກໍຄືມູນ ເຊື້ອຜົນງານຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໄກ ສອນ ພົມວິຫານ ຜູ້ນຳອັນແສນເຄົາລົບຮັກ; ເຊິ່ງມູນເຊື້ອວັນຊາດທີ 2 ທັນວາ ອັນອົງອາດກ້າຫານຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິບັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ,ຕ້ານການຮຸກຮານແລະການຄອບຄອງ ຂອງຈັກກະພັດລ່າເມືອງຂຶ້ນທັງແບບເກົ່າແລະແບບໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ,ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເກີດຈາກການຕໍ່ສູ້ສະຫຼະອັນໃຫຍ່ ຫຼວງຂອງປະຊົນຊົນລາວບັນດາ ເຜົ່າ ແມ່ນລັດແຫ່ງອຳນາດຂອງປະຊາຊົນ ເພື່ອປະຊາຊົນແລະໄດ້ເປັນເຈົ້າຂອງປະເທດຢ່າງແທ້ຈິງ.

ໃນໂອກາດນີ້, ຍັງໄດ້ປະຖະກະຖາມູນເຊື້ອວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ເຊິ່ງທ່ານໄດ້ເຂົ້າຮ່ວມການປະຕິວັດຕັ້ງແຕ່ເຍົາໄວ, ໄດ້ຜ່ານຂະບວນການຝຶກຝົນທົດສອບໃນຂະບວນການຕົວຈິງ ແລະ ໄດ້ ຮັບຜິດຊອບວຽກງານສຳຄັນແຕ່ນ້ອຍຫາໃຫຍ່ ກ້າວຂຶ້ນເປັນຜູ້ນຳສູງສຸດຂອງພັກແລະລັດ, ເພິ່ນເປັນນັກປະຕິ ວັດຜູ້ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນຳທີ່ສະຫຼາດສ່ອງໃສ, ເພິ່ນເປັນທັງນັກທິດສະ ດີ, ເປັນນັກປຸກລະດົມຂົນຂວາຍ ແລະ ນັກປະຕິບັດທີ່ສະຫຼາດຄ່ອງແຄ້ວ; ເຊິ່ງພວກເຮົາຄົນຮຸ່ນຫຼັງ ຕ້ອງໄດ້ຮໍ່າຮຽນເອົາແບບຢ່າງຄຸນສົມບັດ, ທາດແທ້ປະຕິວັດ, ຄວາມຈົງຮັກພັກດີ ແລະ ຄວາມເດັດດ່ຽວໜຽວແໜ້ນຂອງປະທານໄກສອນ ພົມວິຫານ ເຂົ້າໃນການພັດທະນາຕົນເອງແລະວຽກງານຢ່າງປະດິດສ້າງ.

ພາບ-ຂ່າວ: ພູເງິນ ພຸດທະວົງ